ຝລັ່ງ ມອບວັກຊິນ Astra Zeneca ຈຳນວນ 670.000 ໂດສໃຫ້ແກ່ຫວຽດນາມ

(VOVWORLD) -ຈຳນວນວັກຊິນດັ່ງກ່າວຈະໄດ້ຂົນສົ່ງ ແລະ ມອບໃຫ້ຝ່າຍ ຫວຽດນາມ ໄວສຸດທີ່ສາມາດ, ຄາດວ່າໃນທ້າຍເດືອນ ສິງຫາ - ຕົ້ນເດືອນ ກັນຍາ ຈະມາເຖິງ.
ຝລັ່ງ ມອບວັກຊິນ Astra Zeneca ຈຳນວນ 670.000 ໂດສໃຫ້ແກ່ຫວຽດນາມ - ảnh 1ທ່ານປະທານາທິບໍດີຝລັ່ງ Emmanuel Macron
(ພາບປະກອບ: AFP/TTXVN)

ວັນທີ 12 ສິງຫາ, ທ່ານປະທານາທິບໍດີຝລັ່ງ Emmanuel Macron ໄດ້ລົງຂ່າວໃນສື່ສັງຄົມອອນລາຍ Twitter ກ່ຽວກັບຂໍ້ມູນ ຝລັ່ງ ຕົກລົງແບ່ງວັກຊິນ Astra Zeneca ຈຳນວນ 670.000 ໂດສ ໃຫ້ແກ່ ຫວຽດນາມ ຜ່ານກົນໄກ Covax. ສະຖານທູດ ຝລັ່ງ ປະຈຳ ຮ່າໂນ້ຍ ໃຫ້ຮູ້ວ່າ, ຈຳນວນວັກຊິນດັ່ງກ່າວຈະໄດ້ຂົນສົ່ງ ແລະ ມອບໃຫ້ຝ່າຍ ຫວຽດນາມ ໄວສຸດທີ່ສາມາດ, ຄາດວ່າໃນທ້າຍເດືອນ ສິງຫາ - ຕົ້ນເດືອນ ກັນຍາ ຈະມາເຖິງ ເພື່ອຮັບໃຊ້ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ຫວຽດນາມ. ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ຫວຽດນາມ ແມ່ນປະເທດທີ 2 ຖັດຈາກ ອິນໂດເນເຊຍ ໄດ້ຮັບການໜູນຊ່ວຍວັກຊິນໂດຍດ່ວນຈາກຝ່າຍ ຝລັ່ງ. ບັນດາການເຄື່ອນໄຫວໜູນຊ່ວຍວັກຊິນດັ່ງກ່າວ ແມ່ນນອນໃນຄຳໝັ້ນສັນຍາຂອງ ຝລັ່ງ ແມ່ນສະຫງວນຈຳນວນວັກຊິນຢ່າງໜ້ອຍສຸດປະມານ 30 ລ້ານໂດສ ໃຫ້ແກ່ບັນດາປະເທດພວມພັດທະນາ ທີ່ຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ-19 ຜ່ານກົນໄກ Covax ນັບແຕ່ນີ້ຮອດທ້າຍປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ