ຝລັ່ງ: ວິໄສທັດ “ຟື້ນຟູ, ພັດທະນາເຂັ້ມແຂງ ແລະ ຫນູນຊ່ວຍກັນ”

(VOVWORLD) -ທ່ານປະທານາທິບໍດີ ຝລັ່ງ  Emmanuel Macron ກໍ່ປະກາດ ບັນດາບຸລິມະສິດໃນອາຍຸການປະທານໝູນວຽນຂອງ ຝລັ່ງ ຈະລວມມີ: ອະທິປະໄຕ, ການເຕີບໂຕ, ຊີວະພາບ, ຫັນເປັນດີຈີຕອນ, ລັດແຫ່ງອຳນາດນິຕິບັນຍັດ
ຝລັ່ງ: ວິໄສທັດ “ຟື້ນຟູ, ພັດທະນາເຂັ້ມແຂງ ແລະ ຫນູນຊ່ວຍກັນ” - ảnh 1ທ່ານປະທານາທິບໍດີ ຝລັ່ງ  Emmanuel Macron. (ພາບ:AFP/TTXVN)

ວັນທີ 1 ມັງກອນ, ຝລັ່ງ ຮັບດຳລົງຕຳແຫນ່ງປະທານໝູນວຽນ ສະພາ ສະຫະພາບເອີລົບ (ອີຢູ) ໃນເຄິ່ງປີ 2022 ຢ່າງເປັນທາງການ. ນີ້ແມ່ນຄັ້ງທີ 13 ຝລັ່ງ ຮັບບົດບາດນີ້ ນັບແຕ່ເມື່ອ ອີຢູ ໄດ້ຮັບການສ້າງຕັ້ງໃນປີ 1993. ແຕ່ວັນທີ 1 ມັງກອນຮອດວັນທີ 30ມິຖຸນາປີ 2022, ຝລັ່ງຕ້ອງປະຕິບັດບາງຫນ້າທີ່ສຳຄັນ ແລະ ຍົກອອກບັນດາການປຶກສາຫາລືມີຄວາມສາມາດແກ້ໄຂບັນຫາການເມືອງລະຫວ່າງບັນດາລັດຖະບານຂອງ 27 ປະເທດສະມາຊິກ ຫລື ລະຫວ່າງລັດຖະບານແລະ ລັດຖະສະພາ ເອີລົບ. ຝລັ່ງກໍ່ຮັບຜິດຊອບການຈັດຕັ້ງ ແລະ ເປັນປະທານທຸກກອງປະຊຸມຂອງສະພາ ອີຢູ ຕາມຂົງເຂດເຄື່ອນໄຫວ. ຕາມແຜນການ, ໃນອາຍຸການ 65 ເດືອນ, ອາດຈະມີເກືອບ 400 ເຫດການໄດ້ຂຶ້ນແຜນແລ້ວ ແລະຈະຈັດຕັ້ງຢູ່ ຝລັ່ງ, ແບນຊິກ ກໍ່ຄື ບາງປະເທດສະມາຊິກກ່ອນທີ່ ຝລັ່ງ ມອບສົ່ງບົດບາດປະທານໃຫ້ ຊູແອດໃນ 6 ເດືອນທ້າຍປີ 2022.

ທ່ານປະທານາທິບໍດີ ຝລັ່ງ  Emmanuel Macron ກໍ່ປະກາດ ບັນດາບຸລິມະສິດໃນອາຍຸການປະທານໝູນວຽນຂອງ ຝລັ່ງ ຈະລວມມີ: ອະທິປະໄຕ, ການເຕີບໂຕ, ຊີວະພາບ, ຫັນເປັນດີຈີຕອນ, ລັດແຫ່ງອຳນາດນິຕິບັນຍັດ.. ດ້ວຍທິດນຳ “ຟື້ນຟູ, ພັດທະນາເຂັ້ມແຂງ, ຫນູນຊ່ວຍກັນ”. ເປົ້າໝາຍແມ່ນກໍ່ສ້າງ ເອີລົບມີອະທິປະໄຕຄົບຖ້ວນ.

ຕອບກັບ

ຂ່າວ/ບົດ​ອື່ນ