ຝ​ລັ່ງ - ອາ​ເມ​ລິ​ກາ ຊຸກ​ຍູ​້​​ການ​ຮ່ວມ​ສຳ​ພັນ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

(VOVWORLD) -ທ່ານ John Kerry ໄດ້ຖະແຫຼງວ່າ ປະຖະໜາຢາກພ້ອມກັບ ຝລັ່ງ ແລະ ປະເທດອື່ນໆ ຊຸກຍູ້ການຮ່ວມສຳພັນດ້ວຍຄຳໝັ້ນສັນຍາຢ່າງແໜ້ນແຟ້ນ ແລະ ໄດ້ຮັບການໜູນຊ່ວຍດ້ານການເງິນ ເພື່ອແນໃສ່ຕ້ານການປ່ຽນແປງຂອງດິນຟ້າອາກາດ.
ຝ​ລັ່ງ - ອາ​ເມ​ລິ​ກາ ຊຸກ​ຍູ​້​​ການ​ຮ່ວມ​ສຳ​ພັນ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ - ảnh 1ທ່ານ John Kerry ທູດພິເສດຂອງທ່ານປະທານາທິບໍດີ ອາເມລິກາ ກ່ຽວກັບ ດິນຟ້າອາກາດ (ຜູ້ຢືນຢູ່ເບື້ອງຊ້າຍ) (ພາບ: Le Figaro)

 ໃນການຢ້ຽມຢາມ ຝລັ່ງ ໃນວັນທີ 10 ມີນາ, ທ່ານ John Kerry ທູດພິເສດຂອງທ່ານປະທານາທິບໍດີ ອາເມລິກາ ກ່ຽວກັບ ດິນຟ້າອາກາດ,  ໄດ້ຖະແຫຼງວ່າ ປະຖະໜາຢາກພ້ອມກັບ ຝລັ່ງ ແລະ ປະເທດອື່ນໆ ຊຸກຍູ້ການຮ່ວມສຳພັນດ້ວຍຄຳໝັ້ນສັນຍາຢ່າງແໜ້ນແຟ້ນ ແລະ ໄດ້ຮັບການໜູນຊ່ວຍດ້ານການເງິນ ເພື່ອແນໃສ່ຕ້ານການປ່ຽນແປງຂອງດິນຟ້າອາກາດ.

        ທ່ານ John Kerry  ໄດ້ມີການພົບປະ ແລະ ເຮັດວຽກກັບທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແລະ ທ່ານລັດຖະມົນຕີກະຊວງເສດຖະກິດ ຝລັ່ງ Bruno Le Maire. ໃນການພົບປະ 2 ຄັ້ງດັ່ງກ່າວ, ທູດພິເສດປະທານາທິບໍດີ ອາເມລິກາ ກ່ຽວກັບບັນຫາດິນຟ້າອາກາດ ຕ່າງກໍຢັ້ງຢືນວ່າ ປັດຈຸບັນ ໂລກ ມີການກະທຳຍັງບໍ່ພຽງພໍ ເພື່ອປະຕິບັດສຳເລັດບັນດາຄຳໝັ້ນສັນຍາຂອງຂໍ້ຕົກລົງ ປາຣີ ກ່ຽວກັບດິນຟ້າອາກາດ ທີ່ໄດ້ລົງນາມເມື່ອປີ 2015. ສອງຝ່າຍເຫັນດີຈະສ້າງຕັ້ງກຸ່ມເຮັດວຽກລວມ ເພື່ອຄົ້ນຄວ້າ ແລະ ວາງອອກພາສີ ກາກບອນຂ້າມຊາຍແດນ. ກຸ່ມດັ່ງກ່າວ ຈະວາງອອກລະບຽບການເພື່ອຢັ້ງຢືນບັນດາຜະລິດຕະພັນຂຽວ ແລ້ວຜ່ານນັ້ນ ກໍເກັບພາສີສຳລັບບັນດາຜະລິດຕະພັນ ໂດຍອີງໃສ່ມາດຖານປົກປັກຮັກສາສິ່ງແວດລ້ອມ.  

ກວາງຢຸງ - ນັກຂ່າວ VOV ປະຈຳ ປາຣີ

ຕອບກັບ

ຂ່າວ/ບົດ​ອື່ນ