ຝລັ່ງອາດຈະເພີ່ມງົບປະມານນັບຮ້ອຍລ້ານເອີໂຣໃຫ້ແກ່ບັນດາມາດຕະການປ້ອງກັນຄວາມສະຫງົບ

ຝລັ່ງອາດຈະເພີ່ມງົບປະມານນັບຮ້ອຍລ້ານເອີໂຣໃຫ້ແກ່ບັນດາມາດຕະການປ້ອງກັນຄວາມສະຫງົບ - ảnh 1
ຕຳ​ຫລວດ ຝ​ລັ່ງ ໄດ້​ດັບ​ສູນ ພວກກໍ່​ການ​ຮ້າຍ 2 ຄົນ

(vovworld)- ວັນ​ທີ 18/11, ທ່ານ Dominique Lefebvre, ຮອງ​ປະ​ທານ​ ​ກຳ​ມາ​ທິ​ການ​ການ​ເງິນ ສະ​ພາ​ແຫ່ງ​ຊາດ ຝ​ລັ່ງ ໃຫ້​ຮູ້​ວ່າ: ປະ​ເທດນີ້ ອາດ​ຈະ​ເພີ່ມ​ງົບ​ປະ​ມານ​​ນັບ​ຮ້ອຍ​ລ້ານເອີ​ໂຣໃຫ້​ແກ່​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ ໂດຍ​ບໍ່​ຫົວ​ຊາ​ຕໍ່ ການ​ລະ​ເມີດຈຸດ​ໝາຍ​ກ່ຽວ​ກັບ​ລະ​ດັບ​ຂາດ​ດຸ່ນ​ງົບ​ປະ​ມານ​ໂດຍ ສະ​ຫະ​ພາບ​ເອີ​ລົບ ຍົກ​ອອກ. ນີ້​ແມ່ນ​ການ​ກະ​ທຳ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​ຂັນ​ແຂງ​ຂອງ​ຝ​ລັ່ງ ໃນ​ການ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​ປອດ​ໄພ​ແຫ່ງ​ຊາດ ພາຍ​ຫລັງ​ການ​ບຸກ​ໂຈມ​ຕີກໍ່​ການ​ຮ້າຍ​ເມື່ອ​ວັນ​ທີ 13/11 ຢູ່ ປາ​ຣີ.

ກ່ຽວ​ຂ້ອງ​ເຖິງ​ເຫດ​ບຸກ​ໂຈມ​ຕີ​ເມື່ອ​ວັນ​ທີ 13/11, ວັນ​ດຽວ​ກັນ ຕຳ​ຫລວດ ຝ​ລັ່ງ ໄດ້​ດັບ​ສູນ ພວກກໍ່​ການ​ຮ້າຍ 2 ຄົນ ແລະ​ຈັບຕົວ 7 ຄົນ​ທີ່​ພວມ​ລີ້​ຕົວຢູ່ ອາ​ພາດ​ເມັນ ​ຫນຶ່ງ​ທີ່ Saint Denis ພາກ​ເຫນືອ ປາ​ຣີ ພາ​ຍ​ຫລັງ​ຍິງ​ປືນ​ໃສ່​ກັນ​ຢ່າງເຄັ່ງ​ຕຶງມາ​ຫລາຍ​ຊົ່ວ​ໂມງ.

 

ຂ່າວ/ບົດ​ອື່ນ