ຝະຣັ່ງ ແລະ ເຢຍລະມັນ ເຫັນດີເປັນເອກະພາບຕໍ່ເລື່ອງປັບປຸງສະຫະພາບ ເອີຣົບ

(VOVWORLD) - 2 ຝ່າຍກໍ່ໃຫ້ຄຳໝັ້ນສັນຍາປັບປຸງການຮ່ວມມືໃນຂົງເຂດການສຶກສາ ແລະ ຄົ້ນຄວ້າ, ແລະ ພັດທະນາບັນດາແຜນການຮ່ວມໃນຂົງເຂດປົກປັກຮັກສາສິ່ງແວດລ້ອມ.
ຝະຣັ່ງ ແລະ ເຢຍລະມັນ ເຫັນດີເປັນເອກະພາບຕໍ່ເລື່ອງປັບປຸງສະຫະພາບ ເອີຣົບ - ảnh 1 ທ່ານປະທານາທິບໍດີ ຝະຣັ່ງ Emmanuel Macron ແລະ ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel (ພາບ: AFP/TTXVN)

ທ່ານປະທານາທິບໍດີ ຝະຣັ່ງ Emmanuel Macron ແລະ ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ໄດ້ໃຫ້ຄຳໝັ້ນສັນຍາຈະສະໜັບສະໜູນສັນຍາ 2 ຝ່າຍສະບັບໃໝ່ໃນປີນີ້ ເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງ 2 ປະເທດ ແລະ ສ້າງກຳລັງໜູນໃໝ່ ແນໃສ່ເຊື່ອມໂຍງຢ່າງເລິກເຊິ່ງກ່ວາໃນສະຫະພາບ ເອີຣົບ (ອີຢູ).
ຕາມຖະແຫຼງການຮ່ວມໃນວັນທີ 21 ມັງກອນ, ການນຳ 2 ທ່ານເນັ້ນໜັກວ່າ: ຈະຊອກຫາວິທີການເພີ່ມທະວີສາຍພົວພັນດ້ານເສດຖະກິດ ແລະ ຄວາມເຫັນດີເຫັນພ້ອມກ່ຽວກັບບັນດາບັນຫາພາສີອາກອນ. 2 ຝ່າຍກໍ່ໃຫ້ຄຳໝັ້ນສັນຍາປັບປຸງການຮ່ວມມືໃນຂົງເຂດການສຶກສາ ແລະ ຄົ້ນຄວ້າ, ແລະ ພັດທະນາບັນດາແຜນການຮ່ວມໃນຂົງເຂດປົກປັກຮັກສາສິ່ງແວດລ້ອມ.
ຝະຣັ່ງ ແລະ ເຢຍລະມັນ ໄດ້ຍົກອອກຖະແຫຼງການເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນເຊັນສົນທິສັນຍາ Elysee (22/1/1963 – 22/01/2018), ເປັນຂີດໝາຍແຫ່ງການໄກ່ເກ່ຍລະຫວ່າງ 2 ປະເທດພາຍຫລັງສົງຄາມໂລກຄັ້ງທີ 2. ສົນທິສັນຍາ Elysee ໄດ້ຮັບການລົງນາມ ເພື່ອແນໃສ່ສ້າງຕັ້ງການພົວພັນຮ່ວມມືອັນດີງາມກ່ວາ ລະຫວ່າງ ຝະຣັ່ງ ແລະ ເຢຍລະມັນ .

ຕອບກັບ

ຂ່າວ/ບົດ​ອື່ນ