ຝະຣັ່ງ ໃຫ້ຄຳໝັ້ນສັນຍາຈະສົມທົບກັບ ລັດເຊຍ ເພື່ອຮັບປະກັນຄວາມເປັນເອກະພາບຂອງ ຊີຣີ

(VOVWORLD) - ວັງ Elysee ໃຫ້ຮູ້ວ່າ: ວັນທີ 03 ພະຈິກ ທ່ານປະທານາທິບໍດີ ຝະຣັ່ງ Emmanuel Macron ແລະ ຄູ່ຕຳແຫຼ່ງ ລັດເຊຍ Vladimir Putin ໄດ້ໂອ້ລົມທາງໂທລະສັບ


ກ່ຽວກັບສະພາບການຢູ່ ຊີຣີ, ໃນນັ້ນ ບັນຫາຊ່ວຍເຫຼືອມະນຸດສະທຳ ແລະ ການມອບໂອນການເມືອງຢູ່ປະເທດຕາເວັນອອກກາງນີ້ ແມ່ນຈຸດສຸມຂອງການໂອ້ລົມທາງໂທລະສັບ. ທ່ານປະທານາທິບໍດີ  Emmanuel Macron ຢືນຢັນຄຳໝັ້ນສັນຍາຄືນໃໝ່ ກ່ຽວກັບການເຈລະຈາປະຈຳໄລຍະ ແລະ ກົງໄປກົງມາກັບ ລັດເຊຍ. ທ່ານປະທານາທິບໍດີ Emmanuel Macron ເນັ້ນໜັກວ່າ ຝະຣັ່ງ ພ້ອມແລ້ວທີ່ຈະຮ່ວມມືກັບ ລັດເຊຍ ໃນທັນທີ, ກໍ່ຄືບັນດາສະມາຊິກທັງໝົດຂອງສະພາຄວາມໝັ້ນຄົງ ແລະ ບັນດາປະເທດມະຫາອຳນາດໃນພາກພື້ນ.


ຕອບກັບ

ຂ່າວ/ບົດ​ອື່ນ