ຝາກ​ຂອງ​ຂວັນ​ໄປ​ຍັງ​ເມືອງ​ເກາະ​ເຈື່ອງ​ຊາ ເນື່ອງ​ໃນ​ໂອ​ກາດ​ບຸນ​ປີໃໝ່

(VOVWORLD) -   ວັນທີ 10 ມັງກອນ, ມີກ່ຳປັ່ນຂອງກຳລັງກວດກາການປະມົງ  4 ລຳ ໄດ້ຂົນສົ່ງສິນຄ້າທີ່ເປັນຜະລິດຕະພັນຈຳເປັນໄປໃຫ້ທະຫານ ແລະ ປະຊາຊົນຢູ່ເມືອງເກາະ ເຈື່ອງຊາ, ແຂວງ ແຄ໊ງຮວ່າ ຕ້ອນຮັບບຸນປີໃໝ່ ປີສະລຸ 2021.
ຝາກ​ຂອງ​ຂວັນ​ໄປ​ຍັງ​ເມືອງ​ເກາະ​ເຈື່ອງ​ຊາ ເນື່ອງ​ໃນ​ໂອ​ກາດ​ບຸນ​ປີໃໝ່ - ảnh 1ກອງພົນນ້ອຍ 146 ຂົນສົ່ງຂອງຂວັນໄປຍັງເມືອງເກາະເຈື່ອງຊາ ເນື່ອງໃນໂອກາດບຸນປີໃໝ່  (ພາບ:TTXVN)

ທ່ານ ພັນໂທ ເລືອງຊວັນຢາບ, ກຳມະການການເມືອງ, ກອງພົນນ້ອຍ 146, ເຂດ 4 ກອງທັບເຮືອ ໃຫ້ຮູ້ວ່າ ໃນອາທິດຜ່ານມາ, ທາງກົມກອງ ໄດ້ຮັບຂອງຂວັນເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ 2021 ຈາກທະຫານ, ປະຊາຊົນໃນທົ່ວປະເທດ ທີ່ໄດ້ຝາກມາໃຫ້ໝູ່ເກາະ ເຈື່ອງຊາ. ນີ້ແມ່ນອາລົມຈິດຄວາມຮັກແພງທີ່ພິເສດຂອງປະຊາຊົນ, ດັ່ງນັ້ນ ເຖິງວ່າເງື່ອນໄຂດິນຟ້າອາກາດຈະຫຍຸ້ງຍາກແນວໃດກໍຕາມ, ກອງພົນນ້ອຍ 146 ກໍຈະຕັດສິນໃຈປະຕິບັດສຳເລັດໜ້າທີ່, ຂົນສົ່ງສິນຄ້າ, ຜະລິດຕະພັນທີ່ຈຳເປັນໃນຊີວິດປະຈຳວັນໄປຍັງເກາະແຫ່ງຕ່າງໆ ເພື່ອໃຫ້ທະຫານ ແລະ ປະຊາຊົນຢູ່ທີ່ນັ້ນ ໄດ້ຕ້ອນຮັບບຸນປີໃໝ່ປະຈຳຊາດຄືກັບຢູ່ໃນເຂດດິນຕໍ່ແຜ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ