ຝ່າຍຄ້ານ ອັງກິດ ປຶກສາຫາລືກ່ຽວກັບເລື່ອງສ້າງຕັ້ງລັດຖະບານກໍາອໍານາດຊົ່ວຄາວ ເພື່ອສະກັດກັ້ນ ທ່ານ Boris Johnson

(VOVWORLD) -ຈຸດສຸມຂອງການປຶກສາຫາລື ແມ່ນ ວິທີການສ້າງຕັ້ງລັດຖະບານສາມັກຄີແຫ່ງຊາດ ເພື່ອໂຄ່ນລົ້ມລັດຖະບານຂອງທ່ານ Borris Johnson. 

        ການນໍາບັນດາພັກຝ່າຍຄ້ານຫຼັກ ຢູ່ ລາຊະອານາຈັກ ອັງກິດ ລວມມີ ພັກກໍາມະກອນ, ພັກ ປະຊາທິປະໄຕ, ອິດສະຫຼະ, ພັກ SNP, ພັກຂຽວ, ພັກ Plaid- Cymru ຕາມແນວທາງລັດທິຊົນຊາດ ເຂດ Wales, ພ້ອມດ້ວຍ ກຸ່ມສະມາຊິກລັດຖະສະພາເອກະລາດ (IGC) ໄດ້ໂຮມປະຊຸມໃນວັນທີ 30 ກັນຍາ ເພື່ອປຶກສາຫາລືກ່ຽວກັບເລື່ອງສະກັດກັ້ນ ລັດຖະບານຂອງທ່ານນາຍົກລັດຖະມົນຕີ ອັງກິດ Borris Johnson ດໍາເນີນການ Brexit ແບບບໍ່ມີຂໍ້ຕົກລົງ. ຈຸດສຸມຂອງການປຶກສາຫາລື ແມ່ນ ວິທີການສ້າງຕັ້ງລັດຖະບານສາມັກຄີແຫ່ງຊາດ ເພື່ອໂຄ່ນລົ້ມລັດຖະບານຂອງທ່ານ Borris Johnson . ລັດຖະບານນີ້ ຈະມີໜ້າທີ່ຕົ້ນຕໍແມ່ນ ສະເໜີຕໍ່ ອີຢູ ເລື່ອນວັນເວລາດໍາເນີນ Brexit ໄປຮອດວັນທີ 31 ມັງກອນ 2020, ເຊິ່ງເປັນສິ່ງທີ່ທ່ານ Borris Johnson  ເຄີຍປະກາດຫຼາຍເທື່ອແລ້ວວ່າ ຈະບໍ່ປະຕິບັດຢ່າງເດັດຂາດ ແລະ ບໍ່ຫົວຊາຕໍ່ກົດໝາຍບັງຄັບຈາກລັດຖະສະພາ ອັງກິດ.

ກວາງຢຸງ - ນັກຂ່າວ VOV ປະຈໍາ ຝລັ່ງ


ຕອບກັບ

ຂ່າວ/ບົດ​ອື່ນ