ຝ່າຍຄ້ານກຳປູເຈຍ ຈັດການແຫ່ຂະບວນ ປະທ້ວງ

ຝ່າຍຄ້ານກຳປູເຈຍ ຈັດການແຫ່ຂະບວນ ປະທ້ວງ - ảnh 1

(ພາບ: nld.com.vn)

(vovworld)-​​​​ ຕອນ​ເຊົ້າວັນ​ທີ 7/9, ​ພັກ​ກູ​ຊາດ​ຝ່າຍ​ຄ້ານ​ກຳປູ​ເຈຍ (CNRP) ​ໄດ້​ຈັດການ​ແຫ່​ຂະ​ບວນປະ​ທ້ວງຢູ່​ນະ​ໜາມ​ຫຼວງ​ປະຊາທິປະ​​ໄຕ ​ເພື່ອຄັດຄ້ານ​ໝາກຜົນ​ການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ​ຊຸດ​ທີ 5  ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ປະມານ 20.000 ຄົນ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ປະທານ CNRP Sam Rainsy ​ໄດ້​ຢ້ຳຄືນ​ຈຸດປະສົງ​ຂອງ​ການ​ແຫ່​ຂະ​ບວນປະ​ທ້ວງ ​ແມ່ນ​ຄັດຄ້ານ​ໝາກຜົນ​ການ​ເລືອກ​ຕັ້ງ, ທວງ​ເອົາ​ຄວາມ​ຍຸດຕິ​ທຳ​ໃຫ້​ແກ່​ຜູ້​ມີ​ສິດ​ເລືອກ​ຕັ້ງທີ່​ໄດ້​ປ່ອນ​ບັດ​ໃຫ້​ພັກ​ຂອງ​ທ່ານ ດ້ວຍ​ການ​ສ້າງຕັ້ງຄະນະ​ກຳມະການ​ປະສົມ​ເອກະລາດ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ ສປຊ ​ເພື່ອ​ສືບສວນ​ຄຳ​ກ່າວ​ຫາ​ຜິດ​ພາດ​ໃນ​ການ​ເລືອກ​ຕັ້ງ ​ແຕ່​ທ່ານ​ເນັ້ນໜັກ​ວ່າ ການ​ແຫ່​ຂະ​ບວນກະ​ທ້ວງ​ຈະ​ດຳ​ເນີນ​ໄປ​ໂດຍ​ບໍ່​ໃຊ້​ຄວາມ​ຮຸນ​ແຮງ. ​ໃນ​ຂະນະ​ນັ້ນ, ການ​ນຳ​ຜູ້​ໜຶ່ງ​ຂອງ CNRP, ທ່ານ Kong Krom ​ໄດ້​ຮຽກຮ້ອງ​ໃຫ້​ພະ​ບາດ​ສົມ​ເດັດ​ດຳ​ປູ​ເຈຍ Norodom Sihamoni ຈົ່ງ​ຮຽກ​ຕົວ​ບັນດາ​ການ​ນຳ​ເພື່ອ​ແກ້​ໄຂ​ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນ​ຫຼັງ​ການ​ເລືອກ​ຕັ້ງ.

ຂ່າວ/ບົດ​ອື່ນ