ຝ່າຍຕາເວັນຕົກບໍ່ເຊື່ອໝັ້ນຕໍການນາບຂູ່ດ້ານນິວເຄຼຍຂອງ ອີຣານ

ຝ່າຍຕາເວັນຕົກບໍ່ເຊື່ອໝັ້ນຕໍການນາບຂູ່ດ້ານນິວເຄຼຍຂອງ ອີຣານ - ảnh 1
ພາບປະກອບ

(vovworld) – ວັນ​ທີ 23/3, ສຳນັກ​ຂ່າວສານ Reuters ຂອງ ອັງກິດ​ໄດ້​ປະກາດ​ບົດ​ລາຍ​ງານ​ສັງ​ລວມ​ໂດຍ​ໃຫ້​ເຫັນ​ວ່າ: ບັນດາ​ເຈົ້າ​ໜ​້າທີ່​ອາ​ເມ​ລິ​ກາ ​ແລະ ​ເອີ​ລົບ, ​ນັບທັງ ອິດສະຣາ​ແອນ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ວ່າ: ອີຣານ ບໍ່​ມີ​ລະ​ເບ​ີດນິວ​ເຄຼຍ, ຍັງ​ບໍ່​ທັນ​ຕັດສິນ​ຜະລິດ​ລະ​ເບີດ ​ແລະ ຕ້ອງ​ເສຍ​ເວລາ​ຫຼາຍ​ປີ​ອີກຈຶ່ງ​ສາມາດ​ຜະລິດ​ຫົວ​ລະ​ເບີດ​ນິວ​ເຄຼຍທີ່ມີ​ຄວາມ​ສາມາດ​ຍິງ​ໄດ້. ບົດ​ລາຍ​ງານ​ນີ້​ແມ່ນ​​ອີງ​ຕາມ​ການ​ສຳພາດບັນດາ​ເຈົ້າ​ໜ້າ​ທີ່​ໂດຍ​ບໍ່​ເຜິ​ຍຊື່​, ນັບທັງ​ຜູ້​ພວມ​ປະຕິບັດ​ງານ ​ແລະ ​ໄດ້ກິນ​ເບຍ​ບຳນານ​ແລ້ວ, ​ເຂົາ​ເຈົ້າ​ລ້ວນ​ແຕ່​ໄດ້​ສຳ​ພັດ​ກັບ​ຂໍ້​ມູນ​ຂ່າ​ວ​ສືບ​ລາຊະການ​ລັບ​ກ່ຽວ​ກັບ ອີຣານ. ບັນດາ​ຂໍ້​ສະຫຼຸບ​ນີ້ ກົງກັນຂ້າມ​ກັບ​ບັນດາ​ຄວາມ​ເຫັນທີ່​ພວມ​ໄດ້​ຮັບ​ການ​ໂຕ້​ຖຽງ​ກັນ​ຢ່າງ​ເປີດ​ເຜີຍກ່ຽວ​ກັບ​ເລື່ອງ ອິດສະຣາ​​ແອນ​ ອາດ​ຈະເປີດ​ການ​ບຸກ​ໂຈມ​ຕີ​ຄັ້ງ​ໃໝ່ເພື່ອ​ແນ​ໃສ່​ບັນດາ​ຮາກ​ຖານ​ນິວ​ເຄຼຍຂອງ​ອີຣານ.









ຂ່າວ/ບົດ​ອື່ນ