ພັກ CNRP ກຳປູເຈຍ ສືບຕໍ່ປະຕິເສດ ສະພາແຫ່ງຊາດ


ພັກ CNRP ກຳປູເຈຍ ສືບຕໍ່ປະຕິເສດ ສະພາແຫ່ງຊາດ - ảnh 1

ຜູ້ຕາງໜ​ນ້າພັກ CPP ​ແລະ CNRP ​ໃນ​ການ​ປະຊຸມ​ຂ່າວ​ຄັ້ງ 1

(ພາບ: Phùng Việt Hùng/TTXVN))

 (vovworld)- ​ ຕອນ​ເຊົ້າວັນ​ທີ 1/4, ​ໄດ້​ໄຂ​ກອງ​ປະຊຸມ​ສະ​ໄໝ​ສະມັນ​ເທື່ອ​ທີ 2 ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ ຊຸດ​ທີ 5 ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ ສະມາຊິກ​ພັກ ປຊຊ ກຳປູ​ເຈຍ (CPP) ກຳ​ອຳນາດ 68 ທ່ານ, ​ໃນ​ຂະນະ​ທີ່​ສະມາຊິກ​ພັກ​ກູ້​ຊາດ​ກຳປູ​ເຈຍ (CNRP) ຝ່າຍ​ຄ້ານ 55 ທ່ານ ສືບ​ຕໍ່​ບໍ່​ມີໜ້າ​ພາຍຫຼັງ​ໄດ້​ປະ​ຕິ​ເສດກອງ​ປະຊຸມ​ສະ​ໄໝ​ສະມັນ​ເທື່ອ​ທີ 1 ​ເມື່ອ​ວັນ​ທີ 23/9/2013.

  ​ໃນ​ຂະນະ​ນັ້ນ, ຄະນະ​ກຳມະການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ກຳປູ​ເຈຍ (NEC) ​ໃຫ້​ຮູ້​ວ່າ: ບັ້ນຂົນຂວາຍ​ໂຄສະນາ​ໃຫ້​ແກ່​ການ​ເລືອກ​ຕັ້ງສະພາ​ຂັ້ນນະຄອນຫຼວງ ​ແລະ ​ແຂວງ, ນະຄອນ, ​ເມືອງ, ຕາ​ແສງ​ອາຍຸ​ການ​ທີ 2 ຈະ​​ເລີ່​ມ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 2-16/5 ຈະ​ມາ​ເຖິງ. ທ່ານ Im Sua Sday ປະທານ NEC ​ໃຫ້​ຮູ້​ວ່າ: ການ​ເລືອກ​ຕັ້ງສະພາຂັ້ນຕ່າງໆ​ຈະ​ຖືກ​ດຳ​ເນີນ​ໄປ​ໃນ​ວັນ​ທີ 18/5 ​ແລະ ມີ​ພຽງ​ບັນດາ​ສະມາຊິກ​ຕາ​ແສງ​ແມ່ນ​ຜູ້​ໄປ​ປ່ອນ​ບັດ​ເທົ່າ​ນັ້ນ. ​ໃນ​ຈຳນວນ​ 5 ພັກ​ຈົດ​ທະບຽນ​ຫາ​ສຽງ​ເລືອກ​ຕັ້ງສະພາຂັ້ນຕ່າງໆ, ພັກ ປຊຊ ກຳປູ​ເຈຍ (CPP) ກຳ​ອຳນາດ​ແມ່ນ​ພັກ​ມີ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງຈົດ​ທະບຽນ​ຫຼາຍ​ກ່ວາ​ໝູ່ຢູ່ 25 ສະພາ​ນະຄອນຫຼວງ, ​ແຂວງ ​ແລະ 197 ນະຄອນ, ​ເມືອງ./.

 

ຂ່າວ/ບົດ​ອື່ນ