ພັກ CNRP ຝ່າຍຄ້ານຂອງກຳປູເຈຍ ຢາກກັບຄືນສູ່ການເຈລະຈາ

ພັກ CNRP ຝ່າຍຄ້ານຂອງກຳປູເຈຍ ຢາກກັບຄືນສູ່ການເຈລະຈາ - ảnh 1
ປະທານ CNRP ທ່ານ Sam Rainsy
(ພາບຈາກອີນເຕີເນັດ)

(vovworld) – ສະພາບ​ຂາດ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ​ຢູ່ກຳ​ປູ​ເຈຍ​ ມີສັນຍານ​ໄດ້​ຮັບ​ການ​ແກ້​ໄຂ ​ເມື່ອ​ການ​ນຳ​ພັກ​ກູ້​ໄພ​ແຫ່ງ​ຊາ​ດກຳປູ​ເຈຍ CNRP ຝ່າຍ​ຄ້ານ​ສະ​ແດງ​ຄວາມ​ປາຖະໜາ​ຢາກ​ກັບ​ຄືນ​ສູ່​ການ​ເຈລະຈາ​ກັບ​ພັກ​ປະຊາຊົນ​ກຳປູ​ເຈຍ (CPP) ກຳ​ອຳນາດ.

ຕອນ​ເຊົ້າ​ວັນ​ທີ 28/12, ​ໃນ​ການ​ປະຊຸມ​ຂ່າວ​ຢູ່​ສຳນັກງານ​ຂອງ CNRP, ປະທານ CNRP ທ່ານ Sam Rainsy ​ໃຫ້​ຮູ້​ວ່າ, ທ່ານ​ຫວັງ​ວ່າ​ນັບ​ແຕ່​ວັນ​ທີ 1-3/1/2014, CNRP ຝ່າຍ​ຄ້ານ ​ແລະ  CPP ກຳ​ອຳນາດ​ຂອງ​ທ່ານ​ນາຍົກລັດຖະມົນຕີ Hunsen ຈະ​ດຳ​ເນີນ​ການ​ເຈລະຈາ ​ເພື່ອ​ແກ້​ໄຂ​ສະພາບ​ການ​ບໍ່​ມີ​ທາງ​ອອກ​ໃນ​ປະຈຸ​ບັນ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ສັງຄົມ​ພົນລະ​ເຮືອນ, ອົງການ​ກຳມະບານ ​ແລະ ບັນດາ​ພັກ​ຝ່າຍ​ການ​ເມືອງ​ອື່ນໆ.

ປະຕິກິລິຍາ​ຕໍ່​ຂໍ້​ສະ​ເໜີ​ຂອງ​ທ່ານ Sam Rainsy, ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ CPP, ສະມາຊິກ​ສະພາ Chiem Yeap ຢືນຢັນ​ວ່າ CPP ພ້ອມ​ແລ້ວ​ທີ່​ຈະ​ເຂົ້າ​ຮ່ວມ​ການ​ເຈລະຈາ​ກັບ CNRP ​ເພື່ອ​ແກ້​ໄຂ​ສິ່ງ​ທີ່​ຍັງ​ຄົງ​ຄ້າງ. ​ແຕ່​ພາກສ່ວນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄວນ​ໄດ້​ຮັບ​ການ​ປຶກສາ​ຫາລື, ​ເປັນ​ເອກະ​ພາບ​ລະຫວ່າງ​ສອງ​ຝ່າຍ ບົນ​ພື້ນຖານ​ດ້ານ​ກົດໝາຍ.

​ເຖິງ​ຢ່າງ​ໃດ​ກໍ່ຕາມ​ໃນ​ການ​ປະຊຸມ​ຂ່າວ, ທ່ານ​ຮອງ​ປະທານ CNRP Kem Sokha ຍັງ​ປະກາດ​ສືບ​ຕໍ່​ຈັດ​ຕັ້ງ​ການ​ແຫ່​ຂະ​ບວນຕ່າງໆ​ປະຈຳ​ວັນ​ຢູ່​ພະນົມ​ເປັນ.

 

 

 

ຂ່າວ/ບົດ​ອື່ນ