ພັກ ​ແລະ ລັດມີ​ຄວາມ​ເອົາ​ໃຈ​ໃສ​່​ທີ່​ສຸດ​ເຖິງ​ການ​ກໍ່ສ້າງ,​ ພັດທະນາ​ຖັນ​ແຖວ​ປັນຍາ​ຊົນ, ນັກວິ​ທະຍາ​ສາດ, ສິລະ​ປິນ

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ພົບປະກັບຜູ້ແທນ 203 ທ່ານ  ເຊິ່ງຕາງໜ້າໃຫ້ແກ່ນັກປັນຍາຊົນ, ນັກວິທະຍາສາດ, ສິລະປິນກວ່າ 6,5 ລ້ານຄົນໃນທົ່ວປະເທດ.
ພັກ ​ແລະ ລັດມີ​ຄວາມ​ເອົາ​ໃຈ​ໃສ​່​ທີ່​ສຸດ​ເຖິງ​ການ​ກໍ່ສ້າງ,​ ພັດທະນາ​ຖັນ​ແຖວ​ປັນຍາ​ຊົນ, ນັກວິ​ທະຍາ​ສາດ, ສິລະ​ປິນ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ກ່າວຄໍາເຫັນທີ່ການພົບປະ (ພາບ: VGP) 

          ເນື່ອງໃນໂອກາດສະເຫຼີມສະຫຼອງ 90 ປີ ແຫ່ງວັນມູນເຊື້ອຂອງຂະແໜງໂຄສະນາສຶກສາຂອງພັກ (01/08/1930 – 01/08/2020), ຕອນບ່າຍວັນທີ 30 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ພົບປະກັບຜູ້ແທນ 203 ທ່ານ  ເຊິ່ງຕາງໜ້າໃຫ້ແກ່ນັກປັນຍາຊົນ, ນັກວິທະຍາສາດ, ສິລະປິນກວ່າ 6,5 ລ້ານຄົນໃນທົ່ວປະເທດ.

          ໂດຍຕາງໜ້າໃຫ້ແກ່ພັກ, ລັດ ຫວຽດນາມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເນັ້ນໜັກເຖິງບັນດາຜົນງານປະຕິວັດອັນຍິ່ງໃຫຍ່ຂອງພັກທີ່ບັນລຸໄດ້ໃນຕະຫຼອດໄລຍະກວ່າ 90 ປີ ຜ່ານມາ ໃນນັ້ນ ແມ່ນມີການປະກອບສ່ວນຢ່າງໃຫຍ່ຫຼວງຂອງຂະແໜງໂຄສະນາສຶກສາ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຢັ້ງຢືນວ່າ ພັກ ແລະ ລັດ ຫວຽດນາມ ມີຄວາມເອົາໃຈໃສ່ເຖິງການກໍ່ສ້າງ, ພັດທະນາຖັນແຖວນັກປັນຍາຊົນ, ນັກວິທະຍາສາດ, ສິລະປິນໃນພາລະກິດແຫ່ງການສ້າງສາ, ປົກປັກຮັກສາປະເທດຊາດ; ຍາມໃດກໍເຄົາລົບ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ຖັນແຖວປັນຍາຊົນ, ວິທະຍາສາດ, ສິລະປິນ ຂະຫຍາຍຕົວ ນັບທັງດ້ານປະລິມານ ແລະ ຄຸນນະພາບ ເພື່ອແນໃສ່ປະກອບສ່ວນໃຫ້ແກ່ປະເທດຊາດຫຼາຍກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ