ພັກCDUແລະພັກCSUເລືອກເຟັ້ນທ່ານນາງA.Merkelເປັນຜູ້ສະໝັກຮັບເລືອກຕັ້ງເປັນນາຍົກລັດຖະມົນຕີ

ພັກCDUແລະພັກCSUເລືອກເຟັ້ນທ່ານນາງA.Merkelເປັນຜູ້ສະໝັກຮັບເລືອກຕັ້ງເປັນນາຍົກລັດຖະມົນຕີ - ảnh 1
ທ່ານ​ນາງ​ນາຍົກລັດຖະມົນຕີ ​ເຢຍລະ​ມັນ Angela Marke
(ພາບ :EPA/TTXVN)

(vovworld) - ​ ທ່ານ​ນາງ​ນາຍົກລັດຖະມົນຕີ ​ເຢຍລະ​ມັນ Angela Markel ​ໄດ້​ຮັບ​ເລືອກ​ເປັນພັກສຳພັນ​ທະ​ມິດ​ປະຊາທິປະ​ໄຕກາ​ໂຕ​ລິກ (CDU) ​ແລະ ພັກ​ສຳພັນ​ທະ​ມິດ​ສັງຄົມ​ກາ​ໂຕ​ລິກ (CSU) ​ເປັນ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​​ເປັນນາຍົກລັດຖະມົນຕີ​ທີ່ການ​ເລືອກ​ຕັ້ງ​ໃນ​ເດືອ​ນ 9 ຈະ​ມາ​ເຖິງ. ຂໍ້​ມູນ​ຂ່າວ​ດັ່ງກ່າວ​​ໂດຍ​ທ່ານ Horst Seehofer ປະທານ​ພັກ CSU ຮັບຮູ້​ໃນ​ວັນ​ທີ 06/02. ກ່ອນ​ໜ້າ​ນັ້ນ, ​ໃນ​ເດືອນ 12 ຜ່ານ​ມາ, ພັກ CDU ສືບ​ຕໍ່​ເລືອກ​ຕັ້ງທ່າ​ນນາງ Angela Markel ​ເປັນ​ປະທານ, ຜ່ານ​ນັ້ນ ຊ່ວຍ​ໃຫ້ທ່ານ​ນາງ Angela Markel ກາຍ​ເປັນ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ນາຍົກລັດຖະມົນຕີຂອງພັກ CDU ​ໃນ​ອາຍຸ​ການ​ທີ 4 ຢ່າງ​ລຽນ​ຕິດ.

        ປະຈຸ​ບັນພັກ CDU ​ແລະ ພັກ CSU ​ແມ່ນ 2 ​ໃນ 3 ພັກ​ຂຶ້ນ​ກັບ​ສຳພັນ​ທະ​ມິດ​ກຳ​ອຳນາດ​ຢູ່ ​ເຢຍລະ​ມັນ. ຕາມ​ແຜນການ​ແລ​້ວ, ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ສະຫະພັນ​ ​ເຢຍລະ​ມັນ ຈະ​ດຳ​ເນີນ​​ໄປ​ໃນ​ວັນ​ທີ 24/09 ຈະ​ມາ​ເຖິງ.


ຕອບກັບ

ຂ່າວ/ບົດ​ອື່ນ