ພັກ​ກອມ​ມູ​ນິດ ຫວຽດ​ນາມ ກຳ​ເນີດ - ບາດ​ລ້ຽວ​ອັນ​ຍິ່ງ​ໃຫຍ່​ຂອງ​ກາ​ນ​ປະ​ຕິ​ວັດ ຫວຽດ​ນາມ

(VOVWORLD) -   ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ, ວັນທີ 11 ມັງກອນ, ໜັງສືພິມ ເຍິນເຢິນ (ສຽງຂອງພັກກອມມູນິດ ຫວຽດນາມ) ໄດ້ມີບົດຂຽນ ດ້ວຍຫົວຂໍ້: ພັກກອມມູນິດ ຫວຽດນາມ ກຳເນີດ - ບາດລ້ຽວອັນຍິ່ງໃຫຍ່ຂອງການປະຕິວັດ ຫວຽດນາມ.
ພັກ​ກອມ​ມູ​ນິດ ຫວຽດ​ນາມ ກຳ​ເນີດ - ບາດ​ລ້ຽວ​ອັນ​ຍິ່ງ​ໃຫຍ່​ຂອງ​ກາ​ນ​ປະ​ຕິ​ວັດ ຫວຽດ​ນາມ - ảnh 1ເຮືອນເລກທີ 5, ຖະໜົນຮ່າມລອງ, ຮ່າໂນ້ຍ - ສະຖານທີ່ສ້າງຕັ້ງຄະນະພັກກອມມູນິດ ທຳອິດຢູ່ ຫວຽດນາມ (ພາບ: dangcongsan.vn)

ພາຍຫຼັງການເດີນທາງໄປທົ່ວ 5 ທະວີບໃນໂລກ, ທັງອອກແຮງງານຫາເງິນລ້ຽງຊີບ ທັງຄົ້ນຄວ້າທິດສະດີ ແລະ ພຶດຕິກຳຕົວຈິງຂອງການປະຕິວັດທີ່ພົ້ນເດັ່ນໃນໂລກ, ທ່ານ ຫງວຽນອ໊າຍກວັກ (ປະທານ ໂຮ່ຈີມິນ) ໄດ້ຮັບຮູ້ສັດຈະທຳທີ່ວ່າ ຢາກກູ້ຊາດ ແລະ ປົດປ່ອຍຊາດ, ບໍ່ມີເສັ້ນທາງໃດນອກເໜືອເສັ້ນທາງປະຕິວັດກຳມະຊີບ. ເພື່ອປະຕິບັດໄດ້ເປົ້າໝາຍນັ້ນ, ຕ້ອງມີພັກປະຕິວັດ. ຈາກນັ້ນ, ເພິ່ນໄດ້ສ້າງຕັ້ງ ສະມາຄົມ ຫວຽດນາມ ປະຕິວັດ ຊາວໜຸ່ມ ໃນເດືອນ ມິຖຸນາ 1925; ຕັ້ງໜ້າຝຶກອົບຮົມພະນັກງານ, ຈັດຕັ້ງການໂຄສະນາແນວຄິດປະຕິວັດປົດປ່ອຍຊາດຂອງ ລັດທິ ມາກ - ເລນິນ ໃຫ້ເຊື່ອມຊຶມເຂົ້າຫວຽດນາມ ຜ່ານບັນດາຂະບວນການກຳມະກອນ, ຂະບວນການຮັກຊາດ.  ດ້ວຍການພັດທະນາຢ່າງແຮງຂອງບັນດາຂະບວນການປະຕິວັດ ຫວຽດນາມ, ເດືອນ ມີນາ ປິ 1929, ຄະນະພັກກອມມູນິດ ທຳອິດຢູ່ ຫວຽດນາມ ໄດ້ຮັບການສ້າງຕັ້ງຂຶ້ນ. ໂດຍມີແຜນນະໂຍບາຍແມ່ນ ຕັ້ງໜ້າຂົນຂວາຍການສ້າງຕັ້ງພັກກອມມູນິດ, ແທນໃຫ້ສະມາຄົມ ຫວຽດນາມ ປະຕິວັດ ຊາວໜຸ່ມ ເພື່ອນຳພາການປະຕິວັດ. ພາຍຫຼັງ 3 ເດືອນ, ວັນທີ 17 ມິຖຸນາ 1929, ຜູ້ແທນບັນດາອົງການຈັດຕັ້ງພັກຂັ້ນຮາກຖານ ຢູ່ພາກເໜືອ ໄດ້ໂຮມປະຊຸມ ແລະ ຕົກລົງສ້າງຕັ້ງ ພັກກອມມູນິດ ອິນດູຈີນ. ຫຼັງຈາກນັ້ນ, ເດືອນ ສິງຫາ 1929, ພັກກອມມູນິດ ອານນາມ ໄດ້ຮັບການສ້າງຕັ້ງຂຶ້ນຢູ່ ນາມກີ່ ແລະ ວັນທີ 1 ມັງກອນ ປີ 1930, ສະຫະພັນກອມມູນິດ ອິນດູຈີນ ກໍໄດ້ຮັບການສ້າງຕັ້ງຂຶ້ນ.

        ໃນເວລາສັ້ນໆ  ໄດ້ມີ 3 ອົງການຈັດຕັ້ງກອມມູນິດ ໄດ້ຮັບການສ້າງຕັ້ງຂຶ້ນຢູ່ຫວຽດນາມ. ແຕ່ຄວາມຈິງ, ຄວາມຮຽກຮ້ອງຕ້ອງການທີ່ຈຳເປັນຂອງການປະຕິວັດ ຫວຽດນາມ ແມ່ນຕ້ອງມີ ພັກກອມມູນິດເປັນເອກະພາບ ນຳພາໃນທົ່ວປະເທດ. ຕາມການສະເໜີຂອງ ອົງການກອມມູນິດ ສາກົນ ແລະ ດ້ວຍຖານະເປັນຜູ້ປະຕິບັດງານຂອງອົງການນີ້,  ທ່ານ ຫງວຽນອ໊າຍກວັກ ໄດ້ເຕົ້າໂຮມ ແລະ ເປັນປະທານກອງປະຊຸມໂຮມບັນດາອົງການຈັດຕັ້ງກອມມູນິດເປັນພັກເອກະພາບ ເຊິ່ງຖືກດຳເນີນແຕ່ວັນທີ 6 ມັງກອນ ຫາຕົ້ນເດືອນ ກຸມພາ 1930 ຢູ່ ຮົ່ງກົງ, ຈີນ. ໃນກອງປະຊຸມຄັ້ງນັ້ນ, ບັນດາຜູ້ແທນໄດ້ເຫັນດີເປັນເອກະພາບ ໂຮມ ພັກກອມມູນິດ ອິນດູຈີນ ແລະ ພັກກອມມູນິດ ອານນາມ ເຂົ້າກັນ ແລ້ວສ້າງຕັ້ງພັກກອມມູນິດ ຫວຽດນາມ. ວັນທີ 3 ກຸມພາ 1930 ແມ່ນວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຢ່າງເປັນທາງການ. ຫຼັງຈາກນັ້ນ, ຮອດວັນທີ 24 ກຸມພາ 1930, ສະຫະພັນກອມມູນິດ ອິນດູຈີນ ກໍໄດ້ໂຮມເຂົ້າພັກກອມມູນິດ ຫວຽດນາມ.

        ພັກກອມມູນິດ ຫວຽດນາມ ກຳເນີດຂຶ້ນ ແມ່ນໝາກຜົນທີ່ແນ່ນອນຂອງການຕໍ່ສູ້ກູ້ຊາດ, ການຕໍ່ສູ້ຊົນຊັ້ນຢູ່ ຫວຽດນາມ; ນີ້ແມ່ນໝາກຜົນຂອງການປະສົມປະສານ ລັດທິມາກ - ເລນິນ ກັບ ຂະບວນການກຳມະກອນ ແລະ ຂະບວນການຮັກຊາດໃນຊຸມປີທຳອິດຂອງສະຕະວັດທີ 20. ເຫດການປະຫວັດສາດສຳຄັນນີ້ ໄດ້ສ້າງຂີດໝາຍແກ່ບາດລ້ຽວອັນຍິ່ງໃຫຍ່ໃນວິວັດທະນາການຂອງການປະຕິວັດ ຫວຽດນາມ, ຢຸດຕິສະໄໝຈົນຕາແຈໃນໄລຍະເວລາຍາວນານ ແລະ ວິກິດການກ່ຽວກັບແນວທາງຕໍ່ສູ້ກູ້ຊາດ. ນັບແຕ່ນັ້ນມາ, ການປະຕິວັດ ຫວຽດນາມ ໄດ້ກ້າວເຂົ້າສູ່ໄລຍະພັດທະນາໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ