ພັກກ້າວໜ້າແລະສັງຄົມນິຍົມມາຣົກຍາມໃດກໍ່ສະໜັບສະໜູນການພັດທະນາສາຍພົວພັນກັບ ຫວຽດນາມ

ພັກກ້າວໜ້າແລະສັງຄົມນິຍົມມາຣົກຍາມໃດກໍ່ສະໜັບສະໜູນການພັດທະນາສາຍພົວພັນກັບ ຫວຽດນາມ - ảnh 1
ທ່ານ Mohamed Nabil Benabdllah
ຕ້ອນຮັບທ່ານ ​ເຈີ່ນ​ກວກ​ຖູ​ຍ

(vovworld) – ​ ວັນ​ທີ 17/03 ທີ່​ການ​ຕ້ອນຮັບ​ທ່ານ ​ເຈີ່ນ​ກວກ​ຖູ​ຍ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ​ລາຊະ​ອານາຈັກ ມາຣົກ, ທ່ານ​ເລຂາທິການ​ໃຫຍ່​ພັກ​ກ້າວໜ້າ ​ແລະ ສັງຄົມ​ນິຍົມ ມາຣົກ (PPS) Mohamed Nabil Benabdllah ຕີ​ລາ​ຄາ​ສູງ​ການ​ພົວພັນ​ຮ່ວມ​ມື​ອັນ​ດີ​ງາມ​ລະຫວ່າງ 2 ປະ​ເທດ​ເວົ້າ​ລວມ ​ແລະ 2 ພັກ​ເວົ້າ​ສະ​ເພາະ ​ແລະ ​​ເນັ້ນ​ໜັກ​ເປັນພິ​ເສດວ່າ​ພັກ​ກອມ​ມູນິດ ຫວຽດນາມ ຍາມ​ໃດ​ກໍ່​​ເປັນຄູ່​ຮ່ວມ​ມື​ບຸລິມະສິດ​ຂອງ PPS ນັບ​ແຕ່​​ຊຸມ​ວັນ​ແຫ່ງ​ການ​ສ້າງ​ຕັ້ງ. ທ່ານ​ເລຂາ​ທິການ​ໃຫຍ່​ໃຫ້​ຮູ້​ວ່າ: ທ່ານ​ມີ​ຄວາມປະ​ທັບ​ໃຈ​ຢ່າງເລິກ​ເຊິ່ງ​ກັບ ຫວຽດນາມ, ດ້ວຍ​ຮູ​ບ ພາບປະທານ​ໂຮ່ຈີ​ມິນຜູ້​ຍິ່ງ​ໃຫຍ່ ​ແລະ ປະ​ເທດ​ ຫວຽດນາມ ​ໃນ​ການຕໍ່​ສູ້​ຍາດ​ເອົາ​ເອກະລາດ​ມາໃຫ້​ປະ​ເທ​ດຊາດ. PPS ຍາມ​​ໃດ​ກໍ່​ສະໜັບ​ສະ​ໜູນ​ການ​ພັດທະນາ​ສາຍ​ພົວພັນ​ກັບ ຫວຽດນາມ ຢູ່​ລະດັບ​ລັດຖະບານ. ພັກ PPS ສະ​ເໜີ 2 ພັກ​ຄວນມີ​ບັນດາ​ການ​ພົບ​ປະ​ແລ​ກປ່ຽນ​ປະຈຳ​ປີ, ຢ່າງ​ໜ້ອຍ​ສຸດ​ແມ່ນປີ​ລະເທື່ອໜຶ່ງຜັດປ່ຽນ​ກັນ​ລະຫວ່າງ 2 ຝ່າຍ, ດ້ວຍ​ຈຸກ​ປະສົງ ບໍ່​ພຽງ​ແຕ່​ປັບປຸງ​ການ​ພົວພັນ 2 ພັກ​ເທົ່າ​ນັ້ນ ຫາກ​ຍັງ​ພັດທະນາ​ໃນ​ບັນດາ​ຂົງ​ເຂດອື່ນໆ​ອີກ​ດ້ວຍ​ຄື: ແລກປ່ຽນ​ບັນດາ​ຄະນະ​ຊາວ​ໜຸ່ມ, ​ແມ່​ຍິງ…​

 

 

ຕອບກັບ

ຂ່າວ/ບົດ​ອື່ນ