ພັກປະຊາຊົນ ກຳປູເຈຍ ຍາດໄດ້ທີ່ນັ່ງສ່ວນຫຼາຍໃນການເລືອກຕັ້ງສະພາແຫ່ງຊາດ

(VOVWORLD) - ຜູ້ມີສິດເລືອກຕັ້ງ 82,29% ໄດ້ໄປປ່ອນບັດເລືອກຕັ້ງສະພາແຫ່ງຊາດ ກຳປູເຈຍ ຊຸດທີ 6.
ພັກປະຊາຊົນ ກຳປູເຈຍ ຍາດໄດ້ທີ່ນັ່ງສ່ວນຫຼາຍໃນການເລືອກຕັ້ງສະພາແຫ່ງຊາດ - ảnh 1ປະທານພັກປະຊາຊົນ ກຳປູເຈຍ CPP

 

ຕາມໝາກຜົນໃນເບື້ອງຕົ້ນແລ້ວ, ພັກປະຊາຊົນກຳປູເຈຍ (CPP) ໂດຍທ່ານນາຍົກລັດຖະມົນຕີ Hun sen ນຳພາຍາດໄດ້ທີ່ນັ່ງສ່ວນຫຼາຍໃນການເລືອກຕັ້ງສະພາແຫ່ງຊາດ ກຳປູເຈຍ ຊຸດທີ 6 ເຊິ່ງຈັດຕັ້ງໃນວັນທີ 29 ກໍລະກົດຜ່ານມາ. ຕາມແຫຼ່ງຂ່າວຈາກຄະນະກຳມະການເລືອກຕັ້ງແຫ່ງຊາດ ກຳປູເຈຍ ເມື່ອຕອນບ່າຍວັນທີ 30 ກໍລະກົດ ໃຫ້ຮູ້ວ່າ: ຜູ້ມີສິດເລືອກຕັ້ງ 82,29% ໄດ້ໄປປ່ອນບັດເລືອກຕັ້ງສະພາແຫ່ງຊາດ ກຳປູເຈຍ ຊຸດທີ 6. ໃນນັ້ນມີ 3 ພັກການເມືອງໄດ້ຮັບບັດສະໜັບສະໜູນຫຼາຍສຸດນັ້ນແມ່ນ: ພັກປະຊາຊົນກຳປູເຈຍ ໂດຍທ່ານນາຍົກລັດຖະມົນຕີ Hunsen ນຳໜ້າ, ໄດ້ຮັບບັດສະໜັບສະໜູນເກືອບ 4,9 ລ້ານບັດ, ບັນລຸ 76,78%, ພັກ FUNCINPEC ໄດ້ຮັບບັດສະໜັບສະໜູນກ່ວາ 373.000 ບັດ, ບັນລຸ 5,88%, ພັກພັນທະມິດເພື່ອປະຊາທິປະໄຕໄດ້ຮັບບັດສະໜັບສະໜູນກ່ວາ  308.000 ບັດ, ບັນລຸ 4,86%. ວົງການນັກວິເຄາະໄດ້ໃຫ້ຂໍ້ສັງເກດວ່າ: ໝາກຜົນນີ້ໄດ້ສະແດງໃຫ້ເຫັນຄວາມເຊື່ອໝັ້ນຂອງປະຊາຊົນ ກຳປູເຈຍ ສຳລັບເສັ້ນທາງແຫ່ງການພັດທະນາເຊິ່ງທ່ານນາຍົກລັດຖະມົນຕີ Hunsen ແລະ ພັກປະຊາຊົນ ກຳປູເຈຍ (CPP) ນຳພາໃນຕະຫຼອດກ່ວາ 3 ທົດສະວັດຜ່ານມາ. ວັນທີ 15 ສິງຫາ ຈະມາເຖິງ, ຄະນະກຳມະການເລືອກຕັ້ງແຫ່ງຊາດ ກຳປູເຈຍ ຈະປະກາດໝາກຜົນຂອງການເລືອກຕັ້ງສະພາແຫ່ງຊາດຊຸດທີ 6, ອາຍຸການ 2018 – 2023 ຢ່າງເປັນທາງການ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ