ພັກ,ລັດຫວຽດນາມຍາມໃດກໍ່ເອົາໃຈໃສ່ເຖິງນັກຮຽນເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ

ພັກ,ລັດຫວຽດນາມຍາມໃດກໍ່ເອົາໃຈໃສ່ເຖິງນັກຮຽນເຂດປະຊາຊົນບັນດາເຜົ່າສ່ວນໜ້ອຍ - ảnh 1
ທ່ານ ນາງ ຕ່ອງ​ທິ​ຝ໋ອງ ​ຕ້ອນ​ຮັບ​ຄະ​ນະ​ນັກ​ຮຽນ​ນັກ​,
ສຶກ​ສາຊົນ​ເຜົ່​​າສ່ວນ​ໜ້ອຍ ຂອງກອງ​ທຶນ​ສຶ​ກ​ສາ​ວື່​ອາ​ຢິ​໋ງ
(ພາບ: ດີງນາມ)

(vovworld)- ​​​ຕອນ​ເຊົ້າ​ວັນ​ທີ 13/7, ຢູ່​ຮ່າ​ໂນ້ຍ, ທ່ານ ນາງ ຕ່ອງ​ທິ​ຝ໋ອງ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນ​າມ ໄດ້ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ນັກ​ຮຽນ​ນັກ​, ສຶກ​ສາຊົນ​ເຜົ່​​າສ່ວນ​ໜ້ອຍ ຂອງກອງ​ທຶນ​ສຶ​ກ​ສາ​ວື່​ອາ​ຢິ​໋ງ.  ທ່ານ​ ​ນາງ ຕ່ອງ​ທິ​ຝ໋ອງ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ ຢືນ​ຢັນ​ວ່າ: ພັກ​, ລັດຫວຽດ​ນາມ ຍ​າມ​ໃດ​ກໍ່​ເອົາ​ໃຈ​ໃສ່, ສ້າງ​ເງື່ອນ​ໄຂ ເພື່ອ​ໃຫ້​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ມີ​ເງື່ອນ​ໄຂ​ພັດ​ທະ​ນາ, ບັນ​ດາ​ນ້ອງ​ນັກ​ຮຽນ, ນ​ັກ​ສຶກ​ສາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ມີ​ໂອ​ກາດ​​ໄດ້ຮ່ຳ​ຮຽນ, ບືນ​ຕົວ​ຂື້ນຢັ້ງ​ຢືນ​ຕົນ​ເອງ. ທ່ານ​ ນາງ ຕ່ອງ​ທິ​ຝ໋ອງ ຮອງ​ປະ​ທາ​ນ​ສ​ະ​ພາ​ແຫ່ງ​ຊາດ ປາດ​ຖະ​ໜາ​ວ່າ:  ບັນ​ດາ​ນັກ​ຮຽນ, ນັກ​ສຶກ​ສາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ​ທີ່ໄດ້​ຮັບ​ການ​ໜູຍ​ຊ່ວຍ ​ຈາກກອງທຶ​ນສຶກ​ສາ​ວື່​ອາ​ຢິ​໋ງ ຈະ​ສືບ​ຕໍ່​ຮ່ຳ​ຮຽນ, ຝຶກ​ຝົນຫຼໍ່​ຫຼອມ, ນຳ​ຄວາມ​ຮັບ​ຮູ້ທີ່​ໄດ້ຮຽນມາ ​ຮັບ​ໃຊ້​ວິ​ວັດ​ການກໍ່​ສ້າງ​ບ້ານ​ເກີດ​ເມືອງນອນ, ປະ​ເທດ​ຊາດ ໃຫ້ນັບ​ມື້​ນັບ​ພັດ​ທະ​ນາ.

        ກອງ​ທຶນ​ສຶກ​ສາ​ວື່​ອາ​ຢິ​໋ງ ເປັນ​ກອງ​ທຶນ​ພິ​ເສດສະ​ຫງວນ​ໃຫ້​ແກ່​ນັກ​ຮຽນ, ນ​ັກ​ສຶກ​ສາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ແລະ ເຂດ​ໝູ່​ເກາະ ໂດຍ ທ່ານ ນາງ ເຈືອງ​ໝີ​ຮ​ວາ ອະ​ດິດ​ຮອງ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເປັນ​ປະ​ທານ. ພາຍຫຼັງ 17 ປີ ແຫ່ງ​ການ​ສ້າງ​ຕັ້ງ, ກອງ​ ທຶນ​ສຶກ​ສາ​ວື່​ອາ​ຢິ​໋ງ ໄດ້​ມອບທຶນ​ສຶກ​ສາ ກວ່າ 70.000 ທຶນ ໃຫ້​ແກ່​ນັກ​ຮຽນ, ນັກ​ສຶກ​ສາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ.

ຂ່າວ/ບົດ​ອື່ນ