ພັດທະນາການຄົ້ນຄ້ວາໝູນໃຊ້ເຕັກໂນໂລຊີຊີວະສາດໃນກະສິກຳ

ພັດທະນາການຄົ້ນຄ້ວາໝູນໃຊ້ເຕັກໂນໂລຊີຊີວະສາດໃນກະສິກຳ - ảnh 1
ກອງ​ປະ​ຊຸມ “ພັດ​ທະ​ນາ​ການ​ຄົ້ນ​ຄ້​ວາ​
ໝູນ​ໃຊ​້​ເຕັກ​ໂນ​ໂລ​ຊີ​ຊີ​ວະ​ສາດ​ໃນ​ກະ​ສິ​ກຳ”
(ພາບ: tintucnongnghiep.com)


(vovworld)-​ໄລ​ຍະ​ແຕ່​ປີ 2006-2014, ໂຄງ​ການ​ເຕັກ​ໂນ​ໂລ​ຊີ​ຊີ​ວະ​ສາດ​ກະ​ສິ​ກຳ-ສິນ​ໃນ​ນ້ຳ ໄດ້ ແລະ ພວມ​ຜັນ​ຂະ​ຫຍາຍ 214 ຫນ້າ​ທີ່​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊ​ີ, ໃນ​ນັ້ນ ມີ 145 ຫນ້າ​ທີ​່​ແມ່ນ​ຂຶ້ນ​ກັບ​ຂົງ​ເຂດ​ກະ​ສິ​ກຳ, 69 ຫນ້າ​ທີ່ ແມ່ນ​ຂຶ້ນ​ກັບ​ຂົງ​ເຂດ​ສິນ​ໃນ​ນ້ຳ ດ້ວຍຍອດ​ງົບ​ປະ​ມານກວ່າ 550 ຕື້​ດົງ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ “ພັດ​ທະ​ນາ​ການ​ຄົ້ນ​ຄ້​ວາ​ໝູນ​ໃຊ​້​ເຕັກ​ໂນ​ໂລ​ຊີ​ຊີ​ວະ​ສາດ​ໃນ​ກະ​ສິ​ກຳ” ຊື່​ງ​ດຳ​ເນີ​ນ​ໄປ​ໃນ​ວັນ​ທີ 27/6 ຢູ່ ຮ່າ​ໂນ້ຍ, ທ່ານ ກາວ​ດືກ​ຟາດ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ໄດ້​ເນັ້ນ​ຫນັກ​ວ່າ: ຫນ້າ​ທີ່​ບຳ​ລຸງ​ສ້າງ​ແຫລ່​ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ມີ​ຄຸນ​ນະ​ພາບ​ສູງ​ໄດ້​ຮັບ​ຖື​ວ່າ​ແມ່ນ​ຫນ້າ​ທີ່​ສຳ​ຄັນ​ທີ່​ສຸດ​ຄວນ​ໃຫ້​ບຸ​ລິ​ມະ​ສິດ​ໃນ​ໄລ​ຍະ​ປະ​ຈຸ​ບັນ.  ບຳ​ລຸງ​ສ້າງ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດບໍ່​ພຽງ​ແຕ່​ໃຫ້​ແກ່​ບັນ​ດາ​ອົງ​ການ​ຂຶ້ນ​ກັບ​ກະ​ຊວງ​ເທົ່າ​ນັ້ນ ຫາກ​ບັນ​ດາ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ, ມະ​ຫາ​ວິ​ທະ​ຍາ​ໄລ​ອີກ​ດ້ວຍ ເພື່ອ​ເພີ່ມ​ກຳ​ລັງ​ຄວາມ​ສາ​ມາດ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ຊີ​ວະ​ສາດ​ຂອງ​ກະ​ຊວງ, ຂະ​ແຫນງ​ການ​ໃນ​ໄລ​ຍະ​ຕໍ່​ໄປ​.

 

ຂ່າວ/ບົດ​ອື່ນ