ພັດທະນາການທ່ອງທ່ຽວຊົນນະບົດຕິດພັນກັບການກໍ່ສ້າງຊົນນະບົດໃໝ່

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫ້ວ, ຫົວໜ້າຄະນະຊີ້ນຳສູນກາງບັນດາໂຄງການເປົ້າໝາຍແຫ່ງຊາດ ໄດ້ຕົກລົງເຫັນດີແຜນນະໂຍບາຍຈັດຕັ້ງກອງປະຊຸມສຳມະນາທົ່ວປະເທດ “ພັດທະນາການທ່ອງທ່ຽວຊົນນະບົດຕິດພັນກັບການກໍ່ສ້າງຊົນນະບົດໃໝ່”.
ພັດທະນາການທ່ອງທ່ຽວຊົນນະບົດຕິດພັນກັບການກໍ່ສ້າງຊົນນະບົດໃໝ່ - ảnh 1 (ພາບປະກອບ)

ຄາດວ່າວັນເວລາຈັດຕັ້ງກອງປະຊຸມສຳມະນາທົ່ວປະເທດ ແລະ ເຮັດວຽກກັບແຂວງ ລາຍເຈົາ ຈະດຳເນີນໃນລະຫວ່າງວັນທີ 05-06 ທັນວາ 2018.

        ຕາມຫ້ອງການປະສານງານຊົນນະບົດໃໝ່ສູນກາງແລ້ວ, ພາຍຫລັງກໍ່ສ້າງຊົນນະບົດໃໝ່ມາເປັນເວລາ 7 ປີ ໄດ້ສ້າງໂສມໜ້າໃໝ່, ພິເສດແມ່ນພື້ນຖານໂຄງລ່າງ, ສ້າງສະພາບແວດລ້ອມແຫ່ງຄວາມສະດວກໃຫ້ແກ່ການພັດທະນາການທ່ອງທ່ຽວກະສິກຳຢູ່ບັນດາໝູ່ບ້ານຫັດຖະກຳຜະລິດຕະພັນກະສິກຳ, ເຄື່ອງປ່າຂອງດົງ, ການປະມົງ ຢູ່ ຫວຽດນາມ. ກົງກັນຂ້າມ, ການທ່ອງທ່ຽວກະສິກຳຈະແມ່ນກຳລັງໜູນຊຸກຍູ້ການປະຕິບັດຂະບວນການກໍ່ສ້າງຊົນນະບົດໃໝ່ ດ້ວຍລະດັບທັງໄວທັງໝັັ້ນຄົງ ຍ້ອນວ່າບໍ່ພຽງແຕ່ຕັ້ງໜ້າເຂົ້າຮ່ວມການຫັນປ່ຽນໂຄງປະກອບເສດຖະກິດ, ເປີດກ້ວາງສົ້ນອອກຂອງຜະລິດຕະພັນເທົ່ານັ້ນ ຫາກຍັງອະນຸລັກຮັກສາໄດ້ບັນດາຄຸນຄ່າວັດທະນະທຳເດີມຂອງຊົນນະບົດ ຫຼື ຄຸນຄ່າກ່ຽວກັບເຄື່ອງໝາຍການຄ້າທີ່ເປັນເອກະລັກສະເພາະອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ