ພັດທະນາການທ່ອງທ່ຽວຫວຽດນາມແບບຍືນຍົງ

(VOVWORLD) -ຕອນບ່າຍວັນທີ 2 ມັງກອນ ຢູ່ ນະຄອນ ລອງຊວຽນ ແຂວງ ອານຢາງ, ມະຫາວິທະຍາໄລ HaWaii, ມະຫາວິທະຍາໄລ ວິທະຍາສາດສັງຄົມ ແລະ ມະນຸດສາດ- ມະຫາວິທະຍາໄລແຫ່ງຊາດ ນະຄອນ ໂຮ່ຈິມີນ ແລະ ແຂວງ ອານຢາງ ໄດ້ສົມທົບກັນຈັດຕັ້ງກອງປະຊຸມສຳມະນາສາກົນ “ເຊື່ອມຕໍ່ ຫວຽດນາມ - ການສົນທະນາຫລາຍຂະແຫນງ” ຄັ້ງທີ 9 

ພັດທະນາການທ່ອງທ່ຽວຫວຽດນາມແບບຍືນຍົງ - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ

ພາບ:vietnam+

ດ້ວຍຫົວຂໍ້ “ພັດທະນາການທ່ອງທ່ຽວຫວຽດນາມ ແບບຍືນຍົງຈາກແງ່ມູມຫລາຍຂະແຫນງ ແລະ ຫລາຍສົ້ນ”. ກອງປະຊຸມສຳມະນາ ໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນເກືອບ 400 ຄົນ ຊື່ງແມ່ນບັນດານັກວິທະຍາສາດ ແລະ ນັກຊ່ຽວຊານໃນຂົງເຂດການທ່ອງທ່ຽວ, ບັນດານັກຄຸ້ມຄອງການທ່ອງທ່ຽວມາຈາກບັນດາກະຊວງ, ຂະແຫນງການ, ບັນດາແຂວງ ນະຄອນ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ເວືອງບີງແທ້ງ, ປະທານຄະນະກຳມະການປະຊາຊົນ ແຂວງ ອານຢາງ ຖືວ່າ:

“ເລື່ອງຈັດຕັ້ງກອງປະຊຸມສຳມະນາຄັ້ງນີ້ ຈະປະກອບສ່ວນກຳນົດທິດໃຫ້ການທ່ອງທ່ຽວ ອານຢາງ ກາຍເປັນຂະແຫນງເສດຖະກິດປາຍແຫລມ, ນຳການພັດທະນາການທ່ອງທ່ຽວກາຍເປັນການກຳນົດທິດຍຸດທະສາດສຳຄັນໃນຍຸດທະສາດພັດທະນາເສດຖະກິດສັງຄົມຂອງແຂວງ.”

        ໃນ 3 ມື້ດຳເນີນກອງປະຊຸມສຳມະນາ, ບັນດາຜູ້ແທນຈະຈັດຕັ້ງການລົງຕົວຈິງ, ຢ້ຽມຊົມບັນດາເຂດ, ສະຖານທີ່ທ່ອງທ່ຽວຂອງແຂວງ ຜ່ານນັ້ນ ບັນດາຜູ້ແທນຈະມີຄຳເຫັນກ່ຽວກັບການຂຸດຄົ້ນ ແລະ ພັດທະນາການທ່ອງທ່ຽວຂອງແຂວງ ອານຢາງ.

ຕອບກັບ

ຂ່າວ/ບົດ​ອື່ນ