ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຢ່າງກ້ວາງເລິກຫວຽດນາມ-ຍີປຸ່ນ


     ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຢ່າງກ້ວາງເລິກຫວຽດນາມ-ຍີປຸ່ນ  - ảnh 1
ທ່ານ ວໍ້​ວັນ​ເຖືອງ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູກ​ກາງ​ພັກ

(vovworld)- ວັນ​ທີ 30/12, ຢູ່​ຮ່າ​ໂນ້ຍ, ທ່ານ ວໍ້​ວັນ​ເຖືອງ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູກ​ກາງ​ພັກ​ໄດ້​ໃຫ້​ການຕ້ອນ​ຮັບ​ທ່ານ Susuki keisuke ສະ​ມາ​ຊິກ​ສະ​ພາ​ຕ່ຳ, ຫົວ​ໜ້າ​ຄະ​ນະ​ຊາວ​ໜຸ່ມ​ພັກ​ປະ​ຊາ​ທິ​ໄຕ​ເສ​ລີ​ຍີ​ປຸ່ນ. ທ່ານ ວໍ້​ວັນ​ເຖືອງ, ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູກ​ກາງ​ພັກ​ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ການ​ເຄື່ອນ​ໄຫວ​ຢ່າງ​ຕັ້ງ​ໜ້າ​ຂອງ ທ່ານ Susuki keisuke ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ 2 ພັກ​ກຳ​ອຳ​ນາດ ແລະ ສະ​ພາ​ແຫ່ງ​ຊາດ​ຂອງ ສອງປະ​ເທດ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ກ້​ວາງ​ເລິກ​ຫວຽດ​ນາມ-ຍີ​ປຸ່ນ.

   ສ່ວນ ທ່ານ Susuki keisuke ສະ​ມາ​ຊິກ​ສະ​ພາ​ຕ່ຳ, ຫົວ​ໜ້າ​ຄະ​ນະ​ຊາວ​ໜຸ່ມ​ພັກ​ປະ​ຊາ​ທິ​ໄຕ​ເສ​ລີ​ຍີ​ປຸ່ນຢືນ​ຢັນ​ວ່າ ​ພັກ​ປະ​ຊາ​ທິ​ໄຕ​ເສ​ລີ​ຍີ​ປຸ່ນຍາມ​ໃດ​ກໍ​ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ກັບ​ພັກ​ກອ​ມູ​ນິດ​ຫວຽດ​ນາມ ແລ​ພ ຫວັງ​ຍູ້​ແຮງ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ຄະ​ນະ​ຊາວ​ໜຸ່ມ​ພັກ​ປະ​ຊາ​ທິ​ໄຕ​ເສ​ລີ​ຍີ​ປຸ່ນ ກັບ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ​ໂຮ່​ຈິ​ມິນ. ທ່ານ Susuki keisuke ຢືນ​ຢັນ​ຈະ​ມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ປະ​ກອບ​ສ່ວນ​ໃຫ້​ແກ່​ການ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ 2 ພັກ, 2 ລັດ​ໃນ​ທຸກ​ຂົງ​ເຂດໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ.

 

ຂ່າວ/ບົດ​ອື່ນ