ພັດທະນາການພົວພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ - ລາວ ກາຍເປັນແບບຢ່າງກ່ຽວກັບການຮ່ວມມືລັດຖະສະພາ

(VOVWORLD) - ສະພາແຫ່ງຊາດ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອໃຫ້ສະພາແຫ່ງຊາດສອງປະເທດ ພ້ອມກັນແບ່ງປັນບົດຮຽນນຳກັນ
ພັດທະນາການພົວພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ - ລາວ ກາຍເປັນແບບຢ່າງກ່ຽວກັບການຮ່ວມມືລັດຖະສະພາ - ảnh 1ທ່ານນາງ ສູນທອນ ໄຊຍະຈັກ ແລະ ທ່ານ ເວືອງດິ່ງເຫວະ

ຕອນບ່າຍວັນທີ 20 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໃຫ້ການຕ້ອນຮັບທ່ານນາງ ສູນທອນ ໄຊຍະຈັກ, ຮອງປະທານສະພາແຫ່ງຊາດ, ປະທານກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບ ຫວຽດນາມ - ລາວ ພວມມີການຢ້ຽມຢາມ ຫວຽດນາມ.

        ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເນັ້ນໜັກວ່າ: ການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງທ່ານນາງ ສູນທອນ ໄຊຍະຈັກ ໃນຖານະຕຳແໜ່ງເປັນຮອງປະທານສະພາແຫ່ງຊາດ ສປປ ລາວ, ເພື່ອແນໃສ່ຫັນຂໍ້ຕົກລົງກ່ຽວກັບການຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດເຊິ່ງປະທານສະພາແຫ່ງຊາດ 2 ປະເທດໄດ້ລົງນາມຢູ່ ລາວ ໃນເດືອນພຶດສະພາ 2022 ເປັນລະອຽດ. ຕີລາຄາສູງ ແລະ ເຫັນດີເປັນເອກະພາບບັນດາການກຳນົດທິດການຮ່ວມມືທີ່ການເຈລະຈາຂອງທ່ານນາງຮອງປະທານສະພາແຫ່ງຊາດ ລາວ ສູນທອນ ໄຊຍະຈັກ ກັບທ່ານ ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຢັ້ງຢືນວ່າ: ສະພາແຫ່ງຊາດ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອໃຫ້ສະພາແຫ່ງຊາດສອງປະເທດ ພ້ອມກັນແບ່ງປັນບົດຮຽນນຳກັນ; ພ້ອມທັງປາດຖະໜາຢາກພັດທະນາການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ ສົມກັບການພົວພັນແບບພິເສດລະຫວ່າງສອງປະເທດ, ກາຍເປັນແບບຢ່າງກ່ຽວກັບການຮ່ວມມືລັດຖະສະພາ.

ພັດທະນາການພົວພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ - ລາວ ກາຍເປັນແບບຢ່າງກ່ຽວກັບການຮ່ວມມືລັດຖະສະພາ - ảnh 2ທ່ານ ເວືອງດິ່ງເຫວະ ຖ່າຍຮູບທີ່ລະນຶກກັບຄະນະຜູ້ແທນສະແຫ່ງຊາດ ສປປ ລາວ

        ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ທ່ານນາງຮອງປະທານສະພາແຫ່ງຊາດລາວ ສູນທອນ ໄຊຍະຈັກ ເຫັນດີເປັນເອກະພາບ, ໃນໄລຍະຈະມາເຖິງ, ສອງຝ່າຍຈະເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ບັນດາກຳມາທິການ, ບັນດາກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບ, ສະພາປະຊາຊົນທ້ອງຖິ່ນຕ່າງໆ. ສອງຝ່າຍສືບຕໍ່ຈັດຕັ້ງກອງປະຊຸມສຳມະນາ, ການໂອ້ລົມສົນທະນາຢູ່ແຕ່ລະປະເທດ ດ້ວຍບັນດາຫົວຂໍ້ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ