ພັດທະນາການພົວພັນຫວຽດນາມ - ອາເມລິກາ ໃຫ້ໝັ້ນຄົງ, ຍາວນານ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາ

(VOVWORLD) - ໃນຂອບເຂດການຢ້ຽມຢາມ ອາເມລິກາ ຢ່າງເປັນທາງການ, ຕອນບ່າຍວັນທີ 31 ພຶດສະພາ, ຕາມເວລາທ້ອງຖິ່ນ, ຢູ່ນະຄອນຫຼວງ ວໍຊິງຕັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຈລະຈາກັບທ່ານປະທານາທິບໍດີ ອາເມລິກາ Donald Trump. 
ພັດທະນາການພົວພັນຫວຽດນາມ - ອາເມລິກາ ໃຫ້ໝັ້ນຄົງ, ຍາວນານ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາ - ảnh 1ການເຈລະຈາລະຫວ່າງ 2 ຝ່າຍ 

ນະທີ່ນີ້, ທ່ານປະທານາທິບໍດີ Donald Trump ຢັ້ງຢືນຖືເປັນສຳຄັນການພົວພັນ ຫວຽດນາມ - ອາເມລິກາ, ຖືເປັນສຳຄັນບົດບາດຂອງ ຫວຽດນາມ ກໍ່ຄືບົດບາດຂອງ ອາຊຽນ ຢູ່ພາກພື້ນ. ອາເມລິກາ ປາດຖະໜາວ່າ ການພົວພັນລະຫວ່າງ 2 ປະເທດໃນໄລຍະຈະມາເຖິງສືບຕໍ່ພັດທະນາຢ່າງແຮງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການພັດທະນາສາຍພົວພັນຄູ່ຮ່ວມມືຮອບດ້ານກັບ ອາເມລິກາ, ຕີລາຄາສູງບັນດາບາດກ້າວຜັນຂະຫຍາຍນະໂຍບາຍຂອງອຳນາດການປົກຄອງຂອງທ່ານປະທານາທິບໍດີ Donald Trump ສຳລັບພາກພື້ນ ອາຊີ - ປາຊີຟິກ ໃນໄລຍະຜ່ານມາ. ການນຳ 2 ທ່ານກໍ່ໃຫ້ຄຳໝັ້ນສັນຍາສືບຕໍ່ພັດທະນາການພົວພັນລະຫວ່າງ 2 ປະເທດໃຫ້ໝັ້ນຄົງ, ຍາວນານ, ສ້າງສາ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ບໍ່ພຽງແຕ່ຮັບໃຊ້ໃຫ້ຜົນປະໂຫຍດຂອງ 2 ປະເທດໃຫ້ດີກ່ວາເທົ່ານັ້ນ ຫາກຍັງປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ ອາຊີ - ປາຊີຟິກ ແລະ ໃນໂລກອີກດ້ວຍ, ບົນພື້ນຖານເຄົາລົບກົດບັດ ສປຊ, ກົດໝາຍສາກົນ, ເຄົາລົບເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງກັນ, ເຄົາລົບລະບອບການເມືອງຂອງກັນ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານປະທານາທິບໍດີ Donald Trump ເຫັນດີມານະພະຍາຍາມຊຸກຍູ້ການພົວພັນເສດຖະກິດມີຜົນປະໂຫຍດໃຫ້ແກ່ທັງ 2 ຝ່າຍ, ຖືການຮ່ວມມືພັດທະນາສືບຕໍ່ແມ່ນຈຸດສຸມໃນການພົວພັນເສດຖະກິດ - ການຄ້າ 2 ປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ຢືນຢັນຄວາມຕັດສິນໃຈຂອງ ຫວຽດນາມ ສືບຕໍ່ປະຕິຮູບເສດຖະກິດ ແລະ ເຊື່ອມໂຍງເຂົ້າກັບສາກົນ, ເພີ່ມທະວີການຮ່ວມມືເສດຖະກິດ ການເມືອງ ແລະ ການລົງທຶນ ຫວຽດນາມ - ອາເມລິກາ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານປະທານາທິບໍດີ Donald Trump ຢືນຢັນວ່າ ຫວຽດນາມ ແລະ ອາເມລິກາ ແບ່ງປັນບັນດາຜົນປະໂຫຍດລວມຢູ່ ອາຊີ - ປາຊີຟິກ, ໃນນັ້ນມີການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ຊົມເຊີຍ ອາເມລິກາ ສືບຕໍ່ເຂົ້າຮ່ວມ, ປະກອບສ່ວນຕັ້ງໜ້າເຂົ້າໃນການສ້າງບັນດາໂຄງປະກອບຄວາມໝັ້ນຄົງ, ເສດຖະກິດພາກພື້ນ, ຢັ້ງຢືນວ່າຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບ ອາເມລິກາ, ກ່ອນອື່ນໝົດແມ່ນໃນບັນດາກອງປະຊຸມໄລຍະຈະມາເຖິງໃນຂອບເຂດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ແລະ ກອງປະຊຸມສຸດຍອດ ອາຊີຕາເວັນອອກ (EAS). ທ່ານປະທານາທິບໍດີ Donald Trump ຢັ້ງຢືນ ອາເມລິກາ ສືບຕໍ່ສະໜັບສະໜູນບົດບາດໃຈກາງຂອງ ອາຊຽນ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ອາເມລິກາ - ອາຊຽນ, ສະໜັບສະໜູນ ຫວຽດນາມ ຈັດຕັ້ງ APEC 2017 ສຳເລັດຜົນ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີການຄ້າ ອາເມລິກາ

ພັດທະນາການພົວພັນຫວຽດນາມ - ອາເມລິກາ ໃຫ້ໝັ້ນຄົງ, ຍາວນານ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາ - ảnh 2 ທ່ານ Wilbur Ross, ລັດຖະມົນຕີກະຊວງການຄ້າ ອາເມລິກາ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

       ໃນຂອບເຂດການຢ້ຽມຢາມ ອາເມລິກາ ຢ່າງເປັນທາງການ, ຕອນເຊົ້າວັນທີ 31 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບ ທ່ານ Wilbur Ross, ລັດຖະມົນຕີກະຊວງການຄ້າ ອາເມລິກາ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: ການພົວພັນເສດຖະກິດ ການຄ້າ 2 ປະເທດຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາຍ້ອນ 2 ປະເທດມີພື້ນຖານເສດຖະກິດເພີ່ມເຕີມໃຫ້ກັນ. ທ່ານນາຍົກລັດຖະມົນຕີ ຫວັງວ່າ ຝ່າຍ ອາເມລິກາ ພິຈາລະນາສ້າງເງື່ອນໄຂໃຫ້ບັນດາຜະລິດຕະພັນກະເສດຂອງ ຫວຽດນາມ ຄື ໝາກໄມ້, ສິນໃນນ້ຳ… ສຳຜັດກັບຕະຫຼາດ ອາເມລິກາ. ທ່ານລັດຖະມົນຕີ Wilbur Ross ຢັ້ງຢືນຄາດໝາຍລວມຄວນເຕີບໂຕການຄ້າລະຫວ່າງ 2 ຝ່າຍຢ່າງສຸດຂີດບົນພື້ນຖານ ຄວາມດຸນດ່ຽງ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ທ່ານລັດຖະມົນຕີ ສະແດງການສະໜັບສະໜູນການພົວພັນ ຫວຽດນາມ - ອາເມລິກາ ພັດທະນາຮອບດ້ານ ແລະ ໝັ້ນຄົງເຂັ້ມແຂງກ່ວາອີກ, ເຫັນດີເປັນເອກະສັນນຳກັນວ່າ 2 ຝ່າຍຄວນເລີ່ມເຄື່ອນໄຫວກົນໄກແລກປ່ຽນກ່ຽວກັບບັນຫາກົດລະບຽບການຕະຫຼາດໃຫ້ແກ່ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໂອ້ລົມທາງໂທລະສັບກັບສະມາຊິກສະພາແຫ່ງຊາດ ອາເມລິກາ ບາງຄົນ

ພັດທະນາການພົວພັນຫວຽດນາມ - ອາເມລິກາ ໃຫ້ໝັ້ນຄົງ, ຍາວນານ ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາ - ảnh 3 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໂອ້ລົມໂທລະສັບກັບສະມາຊິກສະພາແຫ່ງຊາດ ອາເມລິກາ ບາງທ່ານ

ຕອນເຊົ້າວັນທີ 31 ພຶດສະພາ ຕາມເວລາ ວໍຊິງຕັນ,ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີການໂອ້ລົມທາງໂທລະສັບກັບສະມາຊິກສະພາແຫ່ງຊາດຫຼັກແຫຼ່ງບາງຄົນຂອງ 2 ພັກສາທາລະນະລັດ ແລະ ປະຊາທິປະໄຕ. ທີ່ການໂອ້ລົມທາງໂທລະສັບ, ທ່ານນາຍົກລັດຖະມົນຕີ ປາດຖະໜາຢາກສືບຕໍ່ພັດທະນາການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ບົນພື້ນຖານເຄົາລົບລະບອບການເມືອງຂອງກັນ, ສະໜັບສະໜູນໃຫ້ 2 ຝ່າຍສືບຕໍ່ເພີ່ມທະວີການຮ່ວມມືການຄ້າ. ພ້ອມທັງປາດຖະໜາວ່າ ສະພາແຫ່ງຊາດ ອາເມລິກາ ໜູນຊ່ວຍເພື່ອໃຫ້ບັນດາຜະລິດຕະພັນກະເສດ, ໝາກໄມ້, ສິນໃນນ້ຳຂອງ ຫວຽດນາມ ໄດ້ສົ່ງອອກໄປຍັງຕະຫຼາດ ອາເມລິກາ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ສະພາແຫ່ງຊາດ ອາເມລິກາ ສືບຕໍ່ເອົາໃຈໃສ່ ແລະ ສະໜັບສະໜູນຮັກສາສັນຕິພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ, ການບິນ, ແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ບັນດາວິວັດທະນາການການທູດນິຕິທຳ, ໃນນັ້ນມີສົນທິສັນຍາກ່ຽວກັບກົດໝາຍວ່າດ້ວຍທະເລ 1982, ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ມຸ່ງໄປເຖິງກົດແຫ່ງການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC).

ຕອບກັບ

ຂ່າວ/ບົດ​ອື່ນ