ພັດ​ທະ​ນາ​ຕົວ​ເມືອງ​ສີຂຽວ, ອັດ​ສະ​ລິ​ຍະ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

(VOVWORLD) - ເດືອນມັງກອນ 2022, ຫວຽດນາມ ໄດ້ປະກາດໃຊ້ມະຕິວ່າດ້ວຍ “ການວາງແຜນຜັງ, ກໍ່ສ້າງ, ຄຸ້ມຄອງ ແລະ ພັດທະນາຕົວເມືອງ ຫວຽດນາມ ແບບຍືນຍົງຮອດປີ 2030, ວິໄສທັດຮອດປີ 2045” ດ້ວຍຫຼາຍໜ້າທີ່ມາດຕະການຕົ້ນຕໍ, ຢັ້ງຢືນຄວາມຕັດສິນໃຈ ພັດທະນາຕົວເມືອງແບບຍືນຍົງ ພິເສດແມ່ນ ໃນສັງກາດໂລກາພິວັດ ແລະ ເຊື່ອມໂຍງເຂົ້າກັບສາກົນ.
ພັດ​ທະ​ນາ​ຕົວ​ເມືອງ​ສີຂຽວ, ອັດ​ສະ​ລິ​ຍະ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ - ảnh 1ເວທີປາໄສພັດທະນາຕົວເມືອງ ຫວຽດນາມ ແບບຍືນຍົງ 2022 (ພາບ: baoxaydung.com.vn)

  ຕອນບ່າຍວັນທີ 17 ມິຖຸນາ ຢູ່ຮ່າໂນ້ຍ, ຄະນະເສດຖະກິດສູນກາງພັກກອມມູນິດ ຫວຽດນາມ ໄດ້ສົມທົບກັບກະຊວງກໍ່ສ້າງ ແລະ ບັນດາອົງການທີ່ກ່ຽວຂ້ອງ ຈັດເວທີປາໄສພັດທະນາຕົວເມືອງ ຫວຽດນາມ ແບບຍືນຍົງ 2022, ດ້ວຍຫົວຂໍ້: “ພັດທະນາຕົວເມືອງແບບຍືນຍົງຕາມທິດຕົວເມືອງສີຂຽວ, ອັດສະລິຍະ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປ້ອງກັນ, ຕ້ານໄພທຳມະຊາດ ແລະ ໂລກລະບາດ”. ເວທີປາໄສ ໄດ້ດຶງດູດຄວາມສົນໃຈ ແລະ ການເຂົ້າຮ່ວມຂອງຜູ້ແທນຢູ່ພາຍໃນປະເທດ ແລະສາກົນຫຼາຍກວ່າ 1.500 ທ່ານ.

        ທີ່ເວທີປາໄສ, ບັນດາຜູ້ແທນໄດ້ສຸມໃສ່ໄຈ້ແຍກ ແລະ ເຮັດແຈ້ງການກຳນົດທິດຍຸດທະສາດຫັນເປັນຕົວເມືອງ, ພັດທະນາຕົວເມືອງ ແລະ ພັດທະນາເສດຖະກິດຕົວເມືອງ ຫວຽດນາມ ຮອດປີ 2030, ວິໄສທັດຮອດປີ 2045.

        ເດືອນມັງກອນ 2022, ຫວຽດນາມ ໄດ້ປະກາດໃຊ້ມະຕິວ່າດ້ວຍ “ການວາງແຜນຜັງ, ກໍ່ສ້າງ, ຄຸ້ມຄອງ ແລະ ພັດທະນາຕົວເມືອງ ຫວຽດນາມ ແບບຍືນຍົງຮອດປີ 2030, ວິໄສທັດຮອດປີ 2045” ດ້ວຍຫຼາຍໜ້າທີ່ມາດຕະການຕົ້ນຕໍ, ຢັ້ງຢືນຄວາມຕັດສິນໃຈ ພັດທະນາຕົວເມືອງແບບຍືນຍົງ ພິເສດແມ່ນ ໃນສັງກາດໂລກາພິວັດ ແລະ ເຊື່ອມໂຍງເຂົ້າກັບສາກົນ.


ຕອບກັບ

ຂ່າວ/ບົດ​ອື່ນ