ພັດທະນາພື້ນຖານການພົວພັນຕ່າງປະເທດ, ການທູດເຂັ້ມຄົ້ນໄປດ້ວຍສີສັນ “ຕົ້ນໄມ້ໄຜ່ ຫວຽດນາມ”

(VOVWORLD) - ໃນເກືອບ 40 ປີແຫ່ງການປ່ຽນແປງໃໝ່, ຫວຽດນາມ ໄດ້ສ້າງການພົວພັນຕ່າງປະເທດ, ການທູດທີ່ເປັນເອກະລັກສະເພາະ, ເຂັ້ມຂົ້ນໄປດ້ວຍສີສັນ “ຕົ້ນໄມ້ໄຜ່ ຫວຽດນາມ”.
ພັດທະນາພື້ນຖານການພົວພັນຕ່າງປະເທດ, ການທູດເຂັ້ມຄົ້ນໄປດ້ວຍສີສັນ “ຕົ້ນໄມ້ໄຜ່ ຫວຽດນາມ” - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: VOV)

ຕອນເຊົ້າວັນທີ 19 ທັນວາ, ຢູ່ຮ່າໂນ້ຍ, ກອງປະຊຸມການທູດ ຄັ້ງທີ 32 ໄດ້ໄຂຂຶ້ນດ້ວຍຫົວຂໍ້ “ເສີມຂະຫຍາຍບົດບາດນຳໜ້າໃນການ ສ້າງພື້ນຖານການທູດ ຮອບດ້ານ, ທັນສະໄໝ, ໝັ້ນຄົງເຂັ້ມແຂງ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ຢ່າງມີໄຊ”.

        ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ຢັ້ງຢືນວ່າ: ໃນເກືອບ 40 ປີແຫ່ງການປ່ຽນແປງໃໝ່, ຫວຽດນາມ ໄດ້ສ້າງການພົວພັນຕ່າງປະເທດ, ການທູດທີ່ເປັນເອກະລັກສະເພາະ, ເຂັ້ມຂົ້ນໄປດ້ວຍສີສັນ “ຕົ້ນໄມ້ໄຜ່ ຫວຽດນາມ”. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຕີລາຄາສູງບັນດາຜົນງານທີ່ພົ້ນເດັ່ນຂອງ ຂະແໜງການທູດ  ແລະ ການພົວພັນຕ່າງປະເທດຂອງທົ່ວປະເທດ. ທ່ານກ່າວວ່າ:

        “ຜົນສຳເລັດຂອງບັນດາການຢ້ຽມຢາມ, ການໂອ້ລົມທາງໂທລະສັບຂອງບັນດາການນຳພັກ, ລັດ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ພິເສດແມ່ນການຢ້ຽມຢາມຂອງບັນດາການນຳຫຼັກແຫຼ່ງກ່ວາ 40 ຄັ້ງ ໄປຍັງບັນດາປະເທດບ້ານໃກ້ເຮືອນຄຽງ, ບັນດາປະເທດໃຫຍ່, ບັນດາປະເທດຄູ່ຮ່ວມມືຍຸດທະສາດ, ບັນດາປະເທດສະມາຊິກ ອາຊຽນ ເກືອບທັງໝົດ, ຫຼາຍຄູ່ຮ່ວມມືສຳຄັນ ແລະ ເພື່ອນມິດທີ່ເປັນມູນເຊື້ອ; ພ້ອມກັບບັນດາປະມຸກລັດ, ການນຳຂັ້ນສູງບັນດາປະເທດ ແລະ ບັນດາອົງການຈັດຕັ້ງສາກົນໃຫຍ່ມາຢ້ຽມຢາມ ຫວຽດນາມ, ໄດ້ສ້າງພາບພົດທີ່ງາມຕາ, ມີຊີວິດຊີວາ ແລະ ມີກຳລັງດຶງດູດສູງໃນແນວຮົບການພົວພັນຕ່າງປະເທດໃນ 3 ປີຜ່ານມາ, ສ້າງທີ່ຕັ້ງບົດບາດຂອງ ຫວຽດນາມ ບົນເວທີສາກົນ, ທີ່ຫາງສຽງພາຍໃນປະເທດ ແລະ ສາກົນ ຕີລາຄາສູງ ແລະ ເຫັນດີເຫັນພ້ອມ, ສະໜັບສະໜູນ”.

        ເມື່ອເຕື້ອງເຖິງໜ້າທີ່ໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີໃຫ້ທົ່ວຂະແໜງການທູດ ແລະ ການພົວພັນຕ່າງປະເທດທົ່ວປະເທດ ຄວນເອົາໃຈໃສ່ສົມທົບກຳລັງແຮງຂອງຊາດ ກັບກຳລັງແຮງຂອງຍຸກສະໄໝ; ແກ້ໄຂການພົວພັນລະຫວ່າງຜົນປະໂຫຍດແຫ່ງຊາດ ແລະ ພັນທະ, ຄວາມຮັບຜິດຊອບສາກົນໃຫ້ກົມກ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ