ພັດທະນາລັດຖະບານເອເລັກໂຕນິກແມ່ນທ່າແຮງບົ່ມຊ້ອນເພື່ອພັດທະນາ

(VOVWORLD) -ບັນດານັກຊ່ຽວຊານຍີ່ປຸ່ນ ໄດ້ແບ່ງປັນກ່ຽວກັບນະໂຍບາຍໃໝ່ຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Suga ເພື່ອພັດທະນາລັດຖະບານດີຈີຕອນ ແລະ ບົດຮຽນຫັນການບໍລິການ ແລະ ລະບຽບການບໍລິຫານຢູ່ຍີ່ປຸ່ນ ເປັນດີຈີຕອນ
ພັດທະນາລັດຖະບານເອເລັກໂຕນິກແມ່ນທ່າແຮງບົ່ມຊ້ອນເພື່ອພັດທະນາ - ảnh 1ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ມາຍຕ໊ຽນຢຸງ ແລະ ທ່ານເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳຫວຽດນາມ Yamada Takio
(ພາບ: vpcp.chinhphu.vn)

ຕອນເຊົ້າວັນທີ 08 ມັງກອນ, ຢູ່ຮ່າໂນ້ຍ, ຫ້ອງວ່າການລັດຖະບານ ໄດ້ຈັດກອງປະຊຸມທາງອອນລາຍກ່ຽວກັບການແບ່ງປັນບົດຮຽນ ແລະ ນະໂຍບາຍໃໝ່ຂອງຍີ່ປຸ່ນ ເພື່ອແນໃສ່ຊຸກຍູ້ການພັດທະນາລັດຖະບານເອເລັກໂຕນິກ ມຸ່ງໄປເຖິງລັດຖະບານດີຈີຕອນ. ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ມາຍຕ໊ຽນຢຸງ ແລະ ທ່ານເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳຫວຽດນາມ Yamada Takio ໄດ້ເປັນປະທານຮ່ວມ. ທີ່ກອງປະຊຸມສຳມະນາ, ບັນດານັກຊ່ຽວຊານຍີ່ປຸ່ນ ໄດ້ແບ່ງປັນກ່ຽວກັບນະໂຍບາຍໃໝ່ຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Suga ເພື່ອພັດທະນາລັດຖະບານດີຈີຕອນ ແລະ ບົດຮຽນຫັນການບໍລິການ ແລະ ລະບຽບການບໍລິຫານຢູ່ຍີ່ປຸ່ນ ເປັນດີຈີຕອນ; ສ້າງນະໂຍບາຍນຳໃຊ້ປັນຍາປະດິດ… ນີ້ແມ່ນກອງປະຊຸມສຳມະນາຄັ້ງທີ 3 ລະຫວ່າງຫ້ອງວ່າການລັດຖະບານຫວຽດນາມ ແລະ ສະຖານທູດຍີ່ປຸ່ນ ປະຈຳຫວຽດນາມ ໃນຂົງເຂດພັດທະນາລັດຖະບານເອເລັກໂຕນິກ.

ຕອບກັບ

ຂ່າວ/ບົດ​ອື່ນ