ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃຫ້​ແກ່​ການ​ປ່ຽນ​ແປງວຽກ​ເຮັດ​ງານ​ທຳ​ໃນ​ໂລກ

(VOVWORLD) -ວັນທີ 29 ກໍລະກົດ, ຢູ່ຮ່າໂນ້ຍ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມໄດ້ຈັດຕັ້ງກອງປະຊຸມສຳມະນາປຶກສາຫາລືແຫ່ງຊາດກ່ຽວກັບການສ້າງວິວັດການປະຕິບັດ “ຖະແຫຼງການອາຊຽນກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດການປ່ຽນແປງຂອງວຽກເຮັດງານທຳໃນໂລກ”.

ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃຫ້​ແກ່​ການ​ປ່ຽນ​ແປງວຽກ​ເຮັດ​ງານ​ທຳ​ໃນ​ໂລກ - ảnh 1ກອງປະຊຸມສຳມະນາປຶກສາຫາລືແຫ່ງຊາດກ່ຽວກັບການສ້າງວິວັດການປະຕິບັດ “ຖະແຫຼງການອາຊຽນກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດການປ່ຽນແປງຂອງວຽກເຮັດງານທຳໃນໂລກ”

(ພາບ: molisa.gov.vn)

ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບບັນດາເປົ້າໝາຍບຸລິມະສິດເພື່ອແນໃສ່ສ້າງວິວັດແຫ່ງການປະຕິບັດຖະແຫຼງການອາຊຽນ ກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ການປ່ຽນແປງວຽກເຮັດງານທຳໃນໂລກ. ທ່ານ ຫງວຽນແມ້ງເກື່ອງ ຫົວໜ້າກົມຮ່ວມມືສາກົນສັງກັດ ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໃຫ້ຮູ້ວ່າ: ຕໍ່ໜ້າບັນດາການປ່ຽນແປງຢ່າງວ່ອງໄວຂອງວຽກເຮັດງານທຳໃນໂລກ ແລະ ອະນາຄົດຂອງວຽກເຮັດງານທຳ ຍ້ອນຜົນກະທົບຂອງເຕັກໂນໂລຢີ, ໃນປີເປັນປະທານອາຊຽນ 2020, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ພ້ອມກັບຄະນະເລຂາອາຊຽນ ສະເໜີ ສ້າງ “ຖະແຫຼງການອາຊຽນກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດການປ່ຽນແປງວຽກເຮັດງານທຳໃນໂລກ”.

ຖະແຫຼງການດັ່ງກ່າວອີກຄັ້ງໜຶ່ງ ໄດ້ຢັ້ງຢືນຄຳໝັ້ນສັນຍາຂອງບັນດາການນຳອາຊຽນໃນການສ້າງປະຊາຄົມອາຊຽນທີ່ຖືເອົາມະນຸດເປັນໃຈກາງ ກໍ່ຄືຄຳໝັ້ນສັນຍາພັດທະນາແຫຼ່ງຊັບພະຍາກອນມະນຸດຜ່ານການຮ່ວມມືຢ່າງແໜ້ນແຟ້ນ ກ່ຽວກັບການສຶກສາ ແລະ ການຮ່ຳຮຽນຕະຫຼອດຊີວິດ. ທ່ານ ຫງວຽນແມ້ງເກື່ອງໃຫ້ຮູ້ວ່າ: 

        ຄາດໝາຍສັງລວມຂອງວິວັດການນີ້ແມ່ນ ເພື່ອແນໃສ່ປະຕິບັດບັນດາເນື້ອໃນຂອງຖະແຫຼງຜ່ານບັນດາຍຸດທະສາດ/ການເຄື່ອນໄຫວລະດັບຊາດ ແລະ ພາກພື້ນໃຫ້ປະກົດຜົນເປັນຈິງ ກໍ່ຄືຍົກອອກບັນດາຂໍ້ແນະນຳທີ່ມີລັກສະນະຍຸດທະສາດ ໃຫ້ແກ່ຊ່ອງທາງການອອກແຮງງານ ແລະ ການສຶກສາ ອາຊຽນກ່ຽວກັບການຂຶ້ນແຜນ, ຜັນຂະຫຍາຍ, ຕິດຕາມກວດກາ ແລະ ຕີລາຄາບັນດາການເຄື່ອນໄຫວເພື່ອແນໃສ່ປະຕິບັດຖະແຫຼງການນີ້.

ຕອບກັບ

ຂ່າວ/ບົດ​ອື່ນ