ພັດທະນາແຫລ່ງຊັບພະຍາກອນມະນຸດເຕັກໂນໂລຊີຂໍ້ມູນຂ່າວສານແລະສື່ສານ

(VOVWORLD) -ວັນທີ 30 ມີນາ ຢູ່ ຮ່າໂນ້ຍ, ໄດ້ດຳເນີນການພົບປະສົນທະນາ ແລະ ງານວາງສະແດງ “ພັດທະນາແຫລ່ງຊັບພະຍາກອນມະນຸດເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ສື່ສານ (ICT) ລະດັບຄວາມຮູ້ສູງ: ການຮ່ວມສຳພັນລະຫວ່າງວິທະຍາໄລກັບວິສາຫະກິດ.”
ພັດທະນາແຫລ່ງຊັບພະຍາກອນມະນຸດເຕັກໂນໂລຊີຂໍ້ມູນຂ່າວສານແລະສື່ສານ - ảnh 1 ບັນດາຜູ້ແທນໄປເລາະຊົມຮ້ານວາງສະແດງ

ເຫດການດັ່ງກ່າວໂດຍກະຊວງສຶກສາ - ບຳລຸງສ້າງ ແລະ ກະຊວງຖະແຫລງຂ່າວ ແລະ ສື່ສານສົມທົບກັນຈັດຕັ້ງ.

ຕາມບັນດາຜູ້ຊ່ຽວຊານ, ຄາດວ່າ ແຕ່ລະປີ ຫວຽດນາມ ຕ້ອງການຊັບພະຍາກອນມະນຸດເຕັກໂນໂລຊີຂໍ້ມູນຂ່າວສານປະມານ 78.000 ຄົນ ແລະ ຮອດປີ 2020 ຈະຂາດຄົນງານໃນຂົງເຂດນີ້ປະມານ 400.000 ຄົນ. ບັນດາຜູ້ແທນຖືວ່າ ໂຮງຮຽນ ແລະ ວິສາຫະກິດ ຄວນມີການສົມທົບນຳກັນຢ່າງແຫນ້ນແຟ້ນ ເພື່ອຮັບປະກັນແຫລ່ງຊັບພະຍາກອນມະນຸດເມື່ອໄດ້ຮັບການບຳລຸງສ້າງແລ້ວຕ້ອງຕອບສະຫນອງຄວາມຕ້ອງການຂອງວິສາຫະກິດກ່ຽວກັບຄຸນນະພາບໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ