ພັດທະນາແຫລ່ງຊັບພະຍາກອນມະນຸດ:ເວທີປາໄສນະໂຍບາຍ”ຫັນການສຶກສາຊັ້ນວິທະຍາໄລຢູ່ຫວຽດນາມເປັນທັນສະໄຫມ”

ພັດທະນາແຫລ່ງຊັບພະຍາກອນມະນຸດ:ເວທີປາໄສນະໂຍບາຍ”ຫັນການສຶກສາຊັ້ນວິທະຍາໄລຢູ່ຫວຽດນາມເປັນທັນສະໄຫມ” - ảnh 1
ພາບ​ປະ​ກອບ:internet

(vovworld)-  ໃນ ວັນ​ທີ 7-8/12, ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ນະ​ຄອນ​ໂຮ່​ຈິ​ມີນ ໄດ້​ສົ​ມ​ທົບ​ກັບ​ສູນ​ບຳ​ລຸງ​​ສ້າງ​ຄຸ້ມ​ຄອງ​ທີ່​ກ້າວ​ຫນ້າ​ໄດ້​ຈັດ​ຕັ້ງ​ເວ​ທີ​ປາ​ໄສ​ນະ​ໂຍ​ບາຍ​ປະ​ຈຳ​ປີ​ຄັ້ງ​ທີ 2 ດ້ວຍ​ຫົວ​ຂໍ້ “ຫັນ​ການ​ສຶກ​ສາ​ຊັ້ນ​ວິ​ທະ​ຍາ​ໄລ​ຢູ່​ຫວຽດ​ນາມ ເປັນ​ທັນ​ສະ​ໄຫມ”. ເວ​ທີ​ປາ​ໄສ​ເພື່ອ​ແລກ​ປ່ຽນ​ບັນ​ດາ​ບັນ​ຫາ​ຈຸດ​ສຸມ​ໃນ​ການ​ສຶກ​ສາ ແລະ ບ​ຳ​ລຸງ​ສ້າງ. ທີ່​ເວ​ທີ​ປາ​ໄສ, ບັນ​ດາ​ຜູ້​ແທນ​ກໍ​ໄດ້​ແລກ​ປ່ຽນ​ບັນ​ດາ​ບັນ​ຫາ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະ​ຫວ່າງວິ​ສາ​ຫະ​ກິດ ແລະ ນັກ​ສຶກ​ສາ, ຫັນ​ບັນ​ດາ​ໂຄງ​ການ​ສຶກ​ສາ ແລະ ໝາກ​ຜົນ​ການ​ຄົ້ນ​ຄ້​ວາ​ຂອງ​ນັກ​ສຶກ​ສາ​ເປັນ​ບັນ​ຫາ​ການ​ຄ້າ, ວິ​ທີ​ສ້າງ​ເຄື່ອງ​ໝາຍ​ໃຫ້​ແກ່​ໂຮງ​ຮຽນ…

ເວ​ທີ​ປ​າ​ໄສ​ນະ​ໂຍ​ບາຍ​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ສຳ​ຄັນ​ໃນ​ໂຄງ​ການ​ທັກ​ສະ​ອາ​ຊີບ​ຫວຽດ​ນາມ, ຊື່ງ​ແມ່ນ​ໂຄງ​ການ​ໂດຍ​ລັດ​ຖະ​ບານ ກາ​ນາ​ດາ ອຸ​ປະ​ຖຳ, ເລີ່ມ​ປະ​ຕິ​ບັດ​ແຕ່​ປີ 2014.ໂຄງ​ການ​ດັ່ງ​ກ່າວ​ແມ່ນ​ເພື່ອ​ແນ​ໃສ່​ຫນູນ​ຊ່ວຍ​ບັນ​ດາ​ວິ​ທະ​ຍາ​ໄລ​ຢູ່​ຫວຽດ​ນາມ ພັດ​ທະ​ນາ​ບັນ​ດາ​ລາຍ​ການ​ສຶກ​ສາ​ເຕັກ​ນິກ ແລະ ສອນ​ວິ​ຊາ​ຊີບ, ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ການ​ເຕີບ​ໂຕ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ແຫ່ງ​ຊາດ​ໃຫ້​ດີກວ່າ. 


ຕອບກັບ

ຂ່າວ/ບົດ​ອື່ນ