ພິທີຊຸມນຸມມິດຕິງຕອບສະໜອງວັນປະຊາກອນໂລກ 11/7

ພິທີຊຸມນຸມມິດຕິງຕອບສະໜອງວັນປະຊາກອນໂລກ 11/7 - ảnh 1
ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ອວງ​ຈູ​ລິວ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ

(vovworld)- ພິ​ທີ​ຊຸມ​ນຸມມິດ​ຕິງດ້ວຍ​ຫົວ​ຂໍ້ “ ໜູນ​ຊ່ວຍ​ການ​ເບິ່ງ​ແຍງ​ສຸ​ຂະ​ພາບ​ຈະ​ເລີນ​ພັນ ແລະ ວາງ​ແຜນ​ຄອບ​ຄົວ​ໃຫ້​ແກ່​ປະ​ຊາ​ຊົນ​ຜູ້​ມີ​ຄວາມ​ສຽງໄພ ຫຼາຍກວ່າຍ້ອນ​ໄພ​ທຳ​ມະ​ຊາດ” ໂດຍ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ແລະ ກອງ​ທຶນ​ປະ​ຊາ​ກອນ ສ.ປ.ຊ ປະ​ຈຳ​ຫວຽດ​ນາມ ຈັດ​ຂຶ້ນ​ໃນ​ວ​ັນ​ທີ 10/7 ຢູ່​ຮ່າ​ໂນ້ຍຊຶ່ງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ອວງ​ຈູ​ລິວ. ຢູ່​ຫວຽດ​ນາມ, ມາດ​ຕະ​ການ​ແກ້​ໄຂ​ທີ່​ສຳ​ຄັນ​ເພື່ອ​ປະ​ຕິ​ບັດ​ວຽກ​ງານ​ປະ​ຊາ​ກອນ-ວາງ​ແຜນ​ຄອບ​ຄົວ ແມ່ນ​ການ​ໂຄ​ສະ​ນາ​ຂົນ​ຂວາຍ ແລະ ສະ​ໜອງ​ການ​ບໍ​ລິ​ການ​ເບິ່ງ​ແຍງ​ສຸ​ຂະ​ພາບ​ຈະ​ເລີນ​ພັນໃຫ້​ແກ່​ປະ​ຊາ​ຊົນ. ແຕ່​ບັນ​ຫາ​ປະ​ຊາ​ກອນ ແລະ ​​ສຸ​ຂະ​ພາບ​ຈະ​ເລີນ​ພັນຍັງ​ແມ່ນ​ສິ່ງ​ທ້າ​ທາຍ​ທີ່​ມີ​ຕໍ່​ຄວາ​ມ​ໝັ້ນ​ຄົງ​ຂອງ​ປະ​ເທດ​ຊາດ. ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງສາ​ທາ​ລະ​ນະ​ສຸກ ຫງວຽນ​ວ​ຽດ​ຕ້ຽນ ຖື​ວ່າ : 

    “ ຜ່ານພິ​ທີ​ຊຸມ​ນຸມມິດ​ຕິງ​ວັນ​ປະ​ຊາ​ກອນ​ໂລ​ກ 11/7ປີ 2015, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໄດ້​ສະ​ເໜີ​ການ​ນຳ​ພັກ, ອຳ​ນາດ​ການ​ປົກ​ຄອງ, ທ້ອງ​ຖິ່ນ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ການ​ເມືອງ​ໃນ​ທົ່ວ​ປະ​ເທດ ຈົ່ງ​ຍົກ​ສູງ​ຄຸນ​ນະ​ພາບ​ປະ​ຊາ​ກອນ. ສິ່ງທີ່ສຳ​ຄັນ ແມ່ນ​ສຸມ​ໃສ່​ເປົ້າ​ໝາຍຮັບ​ຄວາມ​ສຽງ​ສູງກວ່າ​ໝູ່, ນັ້ນ​ແມ່ນ​ແມ່​ຍິງ​ໄວ​ຈະ​ເລີນ​ພັນ, ຊາວ​ໜຸ່ມ​ເຍົາ​ວະ​ຊົນ ແລະ ເດັກເປົ້າ​ໝາຍຮັບ​ຄວາມ​ສ່ຽງ​ສູງກວ່າ​ໝູ່ ”

ຂ່າວ/ບົດ​ອື່ນ