ພິທີຕັ້ງແຜ່ນສີລາຈາລຶກຮ່ອງຮອຍສະຖານວິທະຍຸກະຈາຍສຽງຫວຽດນາມໃນຖ້ຳ ຈຳ

ພິທີຕັ້ງແຜ່ນສີລາຈາລຶກຮ່ອງຮອຍສະຖານວິທະຍຸກະຈາຍສຽງຫວຽດນາມໃນຖ້ຳ ຈຳ  - ảnh 1
ການ​ນຳ ແລະ ພະ​ນັກ​ງານ, ພາ​ລະ​ກອນວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມໃນພິ​ທີ​ຕັ້ງແຜ່ນ​ສີ​ລາ​​ຈາ​ລຶກຮ່ອງ​ຮອຍສະ​ຖານ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມໃນ​ຖ້ຳ ຈຳ


(vovworld)- ແຜ່ນ​ສີ​ລາ​​ຈາ​ລຶກຮ່ອງ​ຮອຍສະ​ຖານ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ຖືກ​ຕັ້ງ​ໃນ​ຖ້ຳ ຈຳ , ຕາ​ແສງ ຟຸງ​ເຈົາ, ເມືອງ ເຈືອງມີ້, ແຂວງ​ຮ່າ​ໄຕ​ເມື່ອ​ກ່ອນ ແລະ ຮ່າ​ໂນ້ຍໃນ​ປະ​ຈຸ​ບັນ ຊຶ່ງ​ແມ່ນ​ສະ​ຖານ​ທີ່ຫຼົບ​ໄພ​ແຫ່ງ​ທຳ​ອິດ​ຂອງ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມເມື່ອ​ຍົກ​ຍ​້າຍ​ອອກ​ຈາກ​ຮ່າ​ໂນ້ຍ​ເພື່ອ​ສືບ​ຕໍ່​ວຽກ​ງານກະ​ຈາຍ​ສຽງໃນ​ການ​ຕໍ່​ຕ້ານ​ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝະ​ລັ່ງ. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ເຄື່​ອນ​ໄຫວຂ່ຳ​ນັບ​ຮັບ​ຕ້ອນ​ເຫດ​ການ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ຊາດ​ທີ 2 ກັນ​ຍາ ແລະ ວັນ​ສ້າງ​ຕັ້ງ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ (7/9/1945-7/9/2015) .

     ແລະ​ກໍ​ຢູ່​ຖ້ຳ​ຈຳ, ໃນ​ພິ​ທີ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃໝ່​ປີກຸນ 1947, ທ່ານ ປະ​ທານ​ໂຮ່​ຈິ​ມິນ​ໄດ້​ມາ​ຢ້ຽມ​ຢາມ​ພະ​ນັກ​ງານ, ພາ​ລະ​ກອນວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ແລະ ເພິ່ນ​ໄດ້​ອ່ານ​ຈົດ​ໝາຍອວຍ​ພອນ​ປີ​ໃໝ່​ຜ່ານ​ຄື້ນ​ຂອງວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ຊຶ່ງ​ແມ່ນ​ຈົດ​ໝາຍອວຍ​ພອນ​ປີ​ໃໝ່​ຖືກ​ອອກ​ອາ​ກາດ​ຄັ້ງ​ທຳ​ອິດຂອງ​ເພິ່ນ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ຕັ້ງ​ແຜ່ນ​ສີ​ລາ, ທ່ານ ຫງວຽນ​ດັງ​ຕ້ຽນ ຜູ້​ອຳ​ນວຍ​ການ​ໃຫຍ່ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ເນັ້ນ​ໜັກ​ວ່າ : 

    “  ໃນ​ຈຸ​ດ​ເວ​ລາ​ທີ່​ສັກ​ກະຫຼະ​ບູ​ຊານີ້, ພວກ​ເຮົາ​ຄື​ຍັງ​ຄົງ​ໄດ້​ຮັບ​ຟັງ​ຄຳ​ສັ່ງ​ສອນ​ຂອງ​ປະ​ທານ​ໂຮ່​ຈິ​ມິນ​ທີ່​ວ່າ : ວິ​ທະ​ຍຸ​ກະ​ຈາຍ​ສຽງ​ແຫ່ງ​ຊາດ​ແມ່ນ​ເຄື່ອງ​ມື​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ພັກ ແລະ ລັດ​ຖະ​ບານ​ເພື່ອ​ຊີ້​ນຳ ແລະ ລະ​ດົມ​ໃຈ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ ລຸກ​ຂຶ້ນ​ທຳ​ການ​ຕໍ່​ຕ້ານ​ອັນ​ຍຶດ​ເຍື້ອ​ຍາວ​ນານ ແລະ ໄດ້​ທຳ​ລາຍ​ຜ້າກັ້ງ​ປົກ​ປິດ​ຂອງ​ສັດ​ຕູ ແນ​ໃສ່​ເຮັດ​ໃຫ້​ພວກ​ເຮົາ​ຕົກ​ຢູ່​ໂດດ​ດຽວ. ພວກ​ອາວ​ອາ ຕ້ອງ​ຮັກ​ສາ​ສຽງຂອງ​ສູນ​ກາງ​ພັກ, ລັດ​ຖະ​ບານ​ໃຫ້​ໄດ້​ໃນ​ທຸກ​ສະ​ພາ​ວະ. 70 ປີ​ທີ່​ຜ່ານ​ມາ, ພະ​ນັກ​ງານ, ພາ​ລະ​ກອນ​ລຸ່ນ​ຕ່າງໆ​ຂອງ VOV ຍາມ​ໃດ​ກໍ​ຈົດ​ຈຳ​ຄຳ​ສັ່ງ​ສອນ​ຂອງ​ລຸງ​ໂຮ່ ແລະ ມາ​ນະ​ພະ​ຍາ​ຍາມ​ຢ່າງ​ບໍ່ຢຸດຢັ້ງເພື່ອ​ສົມ​ກັບ​ຄວາມ​ເຊື່ອ​ໝັ້ນ​ຂອງ​ພັກ ແລະ ປະ​ທານ​ໂຮ່​ຈິ​ມິນ ເພື່ອ​ຮອດ​ວັນ​ນີ້​ໄດ້​ກາຍ​ເປັນ​ອົງ​ການ​ສື່ມວນ​ຊົນຫຼາຍ​ປະ​ເພດ​ທີ່​ທັນ​ສະ​ໄໝ​ອັນ​ດັບ​ໜຶ່ງ​ຂອງ​ປະ​ເທດ​ຊາດ”

ຂ່າວ/ບົດ​ອື່ນ