ພິທີຕັດຂາດການພົວພັນກັບຄົນຕາຍຂອງຊົນເຜົ່າ ຣາງລາຍ ໄດ້ຮັບຮອງເອົາເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ

(VOVWORLD) - ຕອນຄ່ຳວັນທີ 30 ມັງກອນ, ທີ່ຕາແສງ ເຟື໋ອກຈ໊ຽນ, ເມືອງ ທ້ວນບັກ (ແຂວງ ນິງທ້ວນ), 

 ຄະນະກຳມະການປະຊາຊົນແຂວງ ນິງທ້ວນ ໄດ້ຈັດຕັ້ງພິທີມອບ-ຮັບໃບຢັ້ງຢືນພິທີຕັດຂາດການພົວພັນກັບຄົນຕາຍຂອງພໍ່ແມ່ປະຊາຊົນຊົນເຜົ່າ ຣາງລາຍ ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ.ພິທີຕັດຂາດແມ່ນພິທີກຳສຳຄັນທີ່ສຸດໃນບັນດາພິທີກຳຮອບຊີວິດຂອງຊົນເຜົ່າ ຣາງລາຍ - ເຊິ່ງແມ່ນພິທີຕັດຂາດລະຫວ່າງຄົນຍັງມີຊີວິດຢູ່ ແລະ ຄົນຕາຍ ເພື່ອໃຫ້ດວງວິນຍານຂອງຄົນຕາຍໄປສູ່ພົບພູມທີ່ດີ. ພິທີຕັດຂາດຂອງຊົນເຜົ່າ ຣາງລາຍ ໄດ້ສະແດງອອກດ້ວຍຮູບການສິລະປະຫລາຍຢ່າງຄື: ສະຖາປັດຕະຍະກຳ, ການແກະຄວັດສະຫຼັກ, ການແຕ້ມ, ດົນຕີ, ຟ້ອນລຳທຳເພງ, ການສະແດງ…

        ຕາມການນຳພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ນິງທ້ວນ ແລ້ວ, ພິທີຕັດຂາດມີຄວາມໝາຍສຳຄັນໃນຊີວິດການເປັນຢູ່ທາງດ້ານຈິດໃຈຂອງຊົນເຜົ່າ ຣາງລາຍ ຢູ່ແຂວງ ນິງທ້ວນ.

 

ຕອບກັບ

ຂ່າວ/ບົດ​ອື່ນ