ພິທີຖະຫວາຍYKathinaຢູ່ບ້ານວັດທະນະທຳ,ທ່ອງທ່ຽວບັນດາເຜົ່າຫວຽດນາມ

ພິທີຖະຫວາຍYKathinaຢູ່ບ້ານວັດທະນະທຳ,ທ່ອງທ່ຽວບັນດາເຜົ່າຫວຽດນາມ - ảnh 1
ວັດ ຂະ​ແມ, ໃນ​ບ້ານ​ວັດ​ທະ​ນະ​ທຳ, ທ່ອງ​ທ່ຽວ​ບັນ​ດາ​ເຜົ່າ ຫວຽດ​ນາມ
(ພາບ: Thanh Hà/TTXVN)

(vovworld) – ພິ​ທີ​​ຖະ​ຫວາຍ Y Kathina ໄດ້​ຈັດ​ຕັ້ງ​ໃນ​ຕອ​ນ​ເຊົ້າ​ວັນ​ທີ 19/10, ຢູ່​ວັດ ຂະ​ແມ, ບ້ານ​ວັດ​ທະ​ນະ​ທຳ, ​ທ່ອງ​ທ່ຽວ​ບັນ​ດາ​ເຜົ່າ ຫວຽດ​ນາມ ຢູ່​ຮ່າ​ໂນ້ຍ. ເຂົ້າ​ຮ່ວມ​ພິ​ທີ​ມີ​ການ​ນຳ​ສະ​ພາ​ບໍ​ລິ​ຫານ​ສູນ​ກາງ​ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ, ຄະ​ນະ​ສາ​ສະ​ໜາ​ລັດ​ຖະ​ບານ, ນະ​ຄອນ ຮ່າ​ໂນ້ຍ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ ອາ​ຊຽນ ປະ​ຈຳ ຮ່າ​ໂນ້ຍ, ພະ​ສົງ​ນິ​ກາຍ ນາມ​ຕົງ, ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ ແລະ ແຂກ​ທ່ອງ​ທ່ຽວ​​ທີ່​ມາ​ຈາກທຸກ​ສາ​ລະ​ທິດ​​ເປັນ​ຈຳ​ນວນຫຼາຍ. ພິ​ທີຖະ​ຫວາຍ Y Kathina ແມ່ນ​ໜຶ່ງ​ໃນ​ບັນ​ດາ​ພິ​ທີ​ສຳ​ຄັນ​ທີ່​ສຸດ​ຂອງ​ພຸດ​ທະ​ສາ​ສະ​ໜາ​ເດີມ (ພຸ​ດ​ທ​ະ​ສາ​ສະ​ໜານິ​ກາຍ ​ນາມ​ຕົງ). ເລື່ອງ​ຈັດ​ຕັ້ງ​ພິ​ທີຖະ​ຫວາຍ Y Kathina ສະ​ແດງ​ຄວາມ​ເຄົາ​ລົບ​ນັບ​ຖື, ນ້ຳ​ໃຈ​ເມດ​ຕາ​​ຂອງ​ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ, ສ້າງ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ​ອັນ​ໃຫຍ່ຫຼວງ​ໃນ​ງານ​ບຸນ​ໃຫ້​ແກ່​ພຸດ​ທະ​ສາ​ສ​ະ​ນິກ​ກະ​ຊົນ​ຢູ່​ບ້ານ, ແມ່ນ​ໂອ​ກາດ​ເພື່ອ​ເຊີດ​ຊູ​ບັນ​ດາ​ຄຸນ​ຄ່າ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ພຸດ​ທະ​ສາ​ສະ​ໜາ​ເດີມ.

 


ຂ່າວ/ບົດ​ອື່ນ