ພິທີຖະຫວາຍທູບທຽນທີ່ພິທີສະເຫຼີມສະຫຼອງ 75 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ ຫຼວງພະບາງ

(VOVWORLD) -ນີ້ແມ່ນການເຄື່ອນໄຫວໂດຍສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຫຼວງພະບາງ ຈັດຂຶ້ນໃນເດືອນ ກໍລະກົດ ປະຈຳປີ, ເພື່ອແນໃສ່ສຶກສາອົບຮົມໃຫ້ຊາວໜຸ່ມ, ເຍົາວະຊົນ ຫວຽດນາມ ແລະ ລາວ ມີຄວາມເຂົ້າໃຈກ່ຽວກັບຄຸນຄ່າອັນແທ້ຈິງຂອງປະຫວັດສາດ
ພິທີຖະຫວາຍທູບທຽນທີ່ພິທີສະເຫຼີມສະຫຼອງ 75 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ ຫຼວງພະບາງ - ảnh 1ພີທີຖະຫວາຍທູບທຽນອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ
(ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ (27 ກໍລະກົດ 1947 – 27 ກໍລະກົດ 2022), ຕອນເຊົ້າວັນທີ 22 ກໍລະກົດ, ຢູ່ວັດ ເຟິດຕິກ, ນະຄອນຫຼວງພະບາງ, ແຂວງ ຫຼວງພະບາງ (ທາງພາກເໜືອຂອງ ລາວ), ໄດ້ດຳເນີນພີທີຖະຫວາຍທູບທຽນອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດກອງທັບປະຊາຊົນ ຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດຢູ່ດິນແດນ ລາວ, ເພື່ອເອກະລາດຂອງປະເທດຊາດ, ເພື່ອສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ.

ນີ້ແມ່ນການເຄື່ອນໄຫວໂດຍສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຫຼວງພະບາງ ຈັດຂຶ້ນໃນເດືອນ ກໍລະກົດ ປະຈຳປີ, ເພື່ອແນໃສ່ສຶກສາອົບຮົມໃຫ້ຊາວໜຸ່ມ, ເຍົາວະຊົນ ຫວຽດນາມ ແລະ ລາວ ມີຄວາມເຂົ້າໃຈກ່ຽວກັບຄຸນຄ່າອັນແທ້ຈິງຂອງປະຫວັດສາດ, ຮັກສາ, ເພື່ອແນໃສ່ເພີ່ມພູນຄຸນສ້າງນ້ຳໃຈມິດຕະພາບລະຫວ່າງ ຫວຽດນາມ - ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ