ພິທີບູຊາເຈົ້າຊີວິດຮຸ່ງຖືກຈັດຕັ້ງເປັນຄັ້ງທຳອິດຢູ່ Berlin ສ.ເຢຍລະມັນ

ພິທີບູຊາເຈົ້າຊີວິດຮຸ່ງຖືກຈັດຕັ້ງເປັນຄັ້ງທຳອິດຢູ່ Berlin ສ.ເຢຍລະມັນ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 09/04, ປະຊາ​ຄົມ​ຊາວ ຫວຽດນາມ ອາ​ໄສ​ຢູ່ ​ເຢຍລະ​ມັນ ​ໄດ້​ຈັດ​ຕັ້ງ​ພິທີບູຊາ​ເຈົ້າ​ຊີວິດ​ຮຸ່ງ. ນີ້​ແມ່ນ​ຄັ້ງ​ທຳ​ອິດທີ່​ພິທີ​ບູຊາ​ເຈົ້າ​ຊີວິດ​ຮຸ່ງ ​ໄດ້​ຮັບ​ການຈັດ​ຕັ້ງ​ຢູ່​ນະຄອນຫລວງ Berlin. ​ເຂົ້າ​ຮ່ວມ​ພິທີ​ບູຊາ​ເຈົ້າ​ຊີວິດ​ຮຸ່ງ ມີ​ຜູ້ຕາງໜ້າ​ສະຖານທູດ ຫວຽດນາມ ປະຈຳ ​ເຢຍລະ​ມັນ, ຜູ້​ຕາງໜ້າທີ່​ມາ​ຈາກກ່​ວາ 20 ​ຄະນະ, ວົງການ​ພຸດທະສາສະນິກກະ​ຊົນ, ວິ​ສາ​ຫະກິດ ພ້ອມ​ກັບ​ຊາວ ຫວຽດນາມ ​ອາ​ໄສ​ຢູ່ ​ເຢຍລະ​ມັນ ປະມານ 300 ຄົນ. ພິທີ​ບູຊາ​ເຈົ້າ​ຊີວິດ​ຮຸ່ງ​ ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ຫລາຍຢ່າງ ດ້ວຍ​ບັນ​ດາ​ພິທີ​ທີ່​ເປັນ​ມູນ​ເຊື້ອ, ​ໃນ​ນັ້ນ​ມີ​ຮູບ​ສັນຍາ​ລັກ​ຂອງ​ເຈົ້າ​ຊີວິດ​ຮຸ່ງ 18 ສະ​ໄໝ, ພິທີ​ຖະຫວາ​ຍທູບ​ທຽນ, ອາ​ໄລ​ຫາ​ບຸນຄຸນ ແລະ ພາວະນາຂໍ​ໃຫ້​ປະ​ເທດ​ຊາດ​ມີ​ຄວາມສະຫງົບປະຊາຊົນ​ມີ​ຄວາມ​ສັນຕິ​ສຸກ. ພາຍຫລັງ​ພິທີ​ບູຊາ​ແມ່ນ​ງານ​ບູນ ດ້ວຍ​ບັນດາລາຍການ​ສິລະ​ປະ​ທີ່​​ເປັນ​ເອກະລັກ​ສະ​ເພາະ ​ແລະ ​ແນະນຳ​​ເຍື່ອງ​ອາຫານ ຫວຽດນາມ.

 

ຕອບກັບ

ຂ່າວ/ບົດ​ອື່ນ