ພິທີປົ່ງສົບອັດຖິທະຫານອາສາສະໝັກແລະຊ່ຽວຊານຫວຽດນາມທີ່ເສຍສະຫລະຊີວິດໃນປາງສົມຄາມຢູ່ລາວ

ພິທີປົ່ງສົບອັດຖິທະຫານອາສາສະໝັກແລະຊ່ຽວຊານຫວຽດນາມທີ່ເສຍສະຫລະຊີວິດໃນປາງສົມຄາມຢູ່ລາວ - ảnh 1
ສົ່ງອັດຖິທະຫານອາສາສະໝັກຫວຽດນາມກັບຄືນເມືອ
ບ້ານເກີດເມືອງນອນ
ພາບ:dantri.com


(vovworld)- ວັນ​ທີ 25/4, ທີ່​ສຸສານ​ນັກຮົບ​ເສຍສະຫລະ​ຊີວິດ​ເພື່ອ​ຊາດ ຢູ່ ​ເມືອງ​ໂດ​ເລືອ​ງ, ຄະນະ​ພັກ​ແຂວງ, ສະພາ​ປະຊາຊົນ, ຄະນະ​ກຳມະການ​ປະຊາຊົນ, ຄະນະ​ກຳມະການ​ແຮວໂຮມປະເທດຊາດ ​ແຂວງ ​ເງ້ອານ ພ້ອມ​ກັບ​ກອງ​ບັນຊາ​ການ​ທະຫານ​ເຂດ 4, ກອງ​ບັນຊາ​ການ​ທະຫານ​ແຂວງ ​ໄດ້​ຈັດ​ຕັ້ງ​ພິທີ​ປົ່ງ​ສົບ​ອັດຖິ​ທະຫານ​ອາສາ​ສະໝັກ ​ແລະ ຊ່ຽວຊານ 31 ອັດຖິ ທີ່​ຖືກ​ເສຍ​ສະຫລະ​ຊີວິດ​ຢູ່​ ​ແຂວງ ຊຽງ​ຂວາງ, ວຽງ​ຈັນ ​ແລະ ​ໄຊ​ສົມບູນ ປະ​ເທດ​ລາວ. ກ່ອນ​ຫນ້າ​ນັ້ນ ຢູ່​ແຂວງ ຊຽງ​ຂວາງ, ວຽງ​ຈັນ ​ແລະ ​ໄຊ​ສົມບູນ, ອຳນາດ​ການ​ປົກ​ຄອງ, ກຳລັງ​ປະກອບ​ອາວຸດ, ປະຊາຊົນ​ລາວ​ບັນດາ​ເຜົ່າ ພ້ອມກັບ​ນັກບວດ ​ແລະ ຊາວ​ຫວຽດນາມ ອາ​ໄສ​ຢູ່​ລາວ ​ໄດ້​ຈັດ​ຕັ້ງ​ພິທີ​​ໄຫວ້​ອາ​ໄລ ສົ່ງ​ບັນດາ​ອັດຖິ​ທະຫານ​ອາສາ​ສະໝັກ​ ​ແລະ ຊ່ຽວຊານ​ກັບ​ຄືນ​ເມືອ​ບ້ານ​ເກີດ​ເມືອງ​ນອນ.

 

ຂ່າວ/ບົດ​ອື່ນ