ພິທີປົ່ງສົບອະດີດປະທານາທິບໍດີ Nelson Mandela

 ພິທີປົ່ງສົບອະດີດປະທານາທິບໍດີ Nelson Mandela  - ảnh 1
ພິທີ​ປົ່ງສົບ​ ອະດີດ​ປະທານາທິບໍດີ Nelson Mandela
photo:internet


(vovworld)-  ຕອນ​ບ່າຍວັນ​ທີ 15/12 ຕາມ​ເວລາ​ຫວຽດນາມ, ພິທີ​ປົ່ງສົບ​ ອະດີດ​ປະທານາທິບໍດີ ອາ​ຟິຼກາ​ໃຕ້ Nelson Mandela ​ຖືກ​ດຳ​​ເນີນ​ໄປ​ຢູ່​ ໝູ່​ບ້ານ Qunu ຊື່​ງ​ແມ່ນບ້ານ​ເກີດ​ເມື​ອງນອນ​ຂອງ​ເພີ່ນ. ຄາດ​ວ່າ​ມີ​ຜູ້​ເຂົ້າ​ຮ່ວມປະມານ 4500 ຄົນ, ​ໃນ​ນັ້ນ​ມີ​ປະມຸກ​ລັດ​ຫລາຍ​ປະ​ເທດ​ໃນ​ໂລກ.

ກ່ອນ​ຫນ້າ​ນັ້ນ, ຕອນ​ບ່າຍ​ວັນ​ທີ 14/12, ສົບ​ຂອງ​ອະດີດ ປະທານາທິບໍດີ ອາ​ຟິຼກາ​ໃຕ້ Nelson Mandela ຖືກ​ນຳ​ສົ່ງ​ຈາກ​ນະຄອນຫລວງ Pretoria ​ເຖິງ Qunu. ຊາວ​ທ້ອງ​ຖິ່ນ​ນັບ​ພັນ​ຄົນ​ໄດ້​ຢືນ​ເປັນ​ແຖວ​ຢູ່​ສອງ​ຟາກ​ທາງ​ເພື່ອ​ສະ​ແດງ​ຄວາມ​ເຄົາລົບ​ນັບຖື​ອາ​ໄລ​ອາວ​ອນຂະນະ​ທີ່​ລົດ​ນຳ​ສົ່ງ​ສົບ​ຂອງ​ທ່ານອະ​ດີດປະທານາທິບໍດີNelson Mandela ​ແລ່ນ​ຜ່ານ. ບໍ່​ພຽງ​ແຕ່​ຢູ່ Qunu ​ເທົ່າ​ນັ້ນ, ພິທີ​ສັ່ງ​ລາອະ​ດີດ ປະທານາທິບໍດີ Nelson Mandela ກໍ​ຖືກ​ຈັດ​ຂຶ້ນ​ຫລາຍ​ແຫ່ງ​ໃນ​ທົ່ວ​ປະ​ເທດ​ອາ​ຟຼິກາ​ໃຕ້.



ຂ່າວ/ບົດ​ອື່ນ