ພິທີປະກາດຂໍ້ຕົກລົງນາມຕຳແໜ່ງສາດສະດາຈານ, ຮອງສາດສະດາຈານປີ 2012

ພິທີປະກາດຂໍ້ຕົກລົງນາມຕຳແໜ່ງສາດສະດາຈານ, ຮອງສາດສະດາຈານປີ 2012 - ảnh 1
ທ່ານ ດິງ​ເທ໋ຮີ​ງກ່າວຄຳເຫັນນະພິທີ
(ພາບ:  gdtd.vn)

(vovworld) - ຕອນ​ເຊົ້າ​ວັນ​ທີ 24/12, ຢູ່ ຮ່າ​ໂນ້ຍ, ສະພານາມ​ຕຳ​ແໜ່​ງ ສາດສະດາຈານ​ແຫ່ງ​ລັດ​ ​ໄດ້ຈັດ​ພິທີ​ປະກາດ​ຂໍ້​ຕົກລົງ ​ແລະ ມອບ​ໃບ​ຢັ້ງຢືນ​ບັນລຸ​ມາດຖານນາມ​ຕຳ​ແໜ່​ງສາດສະດາຈານ, ຮອງ​ສາດສະດາຈານປີ 2012. ປີ​ນີ້​ມີ​ສາດສະດາຈານ 42 ທ່ານ ​ແລະ ຮອງ​ສາດສະດາຈານ 427 ທ່ານ​ໄດ້​ຮັບ​ການ​ຮັບຮອງ. ກ່າວ​ຄວາມ​ເຫັນ​ນະ​ພິທີ, ທ່ານ ດິງ​ເທ໋ຮີ​ງ (Dinh The Huynh), ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ, ​ເນັ້ນ​ໜັກ​ວ່າ:

”ຖັນ​ແຖວ​ປັນຍາ​ຊົນ​ເວົ້າ​ລວມມີ​ບົດບາດ​ສຳຄັນ​ທີ່​ສຸດ,​​ໃນ​ນັ້ນ​ບັນດາ​ສາດສະ ດາຈານ, ຮອງ​ສາດສະດາຈານ ​ແມ່ນ​ກຳລັງ​ແກ່ນສານ​ໃນ​ການ​ບຳລຸງ​ສ້າງ​ຖັນ​ແຖວ​ປັນຍາ​ຊົນ​ໃຫ້​ແກ່​ປະ​ເທດ​ຊາດ, ປະກອບສ່ວນ​ກໍ່ສ້າງ​ລຸ້ນໜຸ່ມ​ທີ່​ມີ​ຄວາມ​ເມົາ​ມົວ​ກັບ​ການ​ຮຳ່ຮຽນ, ​ເມົາ​ມົວ​ກັບ​ການ​ຄົ້ນ​ຄ້ວາ​ວິທະຍາສາດ, ​ເປັນ​ເຈົ້າ​ເຕັກ​ໂນ​ໂລ​ຢີ​ໃໝ່, ມີ​ຄວາມ​ມຸ້ງ​ຫວັງ ​ແລະ ຕັດສິນ​ໃຈ​ນຳ​ປະ​ເທດ​ຊາດ​ໃຫ້​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ຫຼ້າ​ຫຼັງ, ​ເພື່ອ​ຮຽງ​ບ່າ​ຮຽງ​ໄຫຼ່ກັບ​ບັນດາປະ​ເທດ​ມະຫາ​ອຳນາດ​​ໃນ​ 5 ທະວີບ ຄື​ດັ່ງ​ຄວາມ​ມຸ້ງ​ຫວັງ​ຂອງ​ປະທານ​ໂຮ່ຈີ​ມິນ”

ຂ່າວ/ບົດ​ອື່ນ