ພິທີປະກາດຂໍ້ລິເລີ່ມສ້າງຕາໜ່າງປ່ຽນແປງໃໝ່ປະດິດຄິດສ້າງຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 19 ສິງຫາ, ທີ່ຮ່າໂນ້ຍ, ກະຊວງແຜນການ ແລະ ການລົງທຶນ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ, ກະຊວງການຕ່າງປະເທດ ແລະ ກະຊວງສຶກສາ ແລະ ບຳລຸງສ້າງ ໄດ້ສົມທົບກັນຈັດພິທີປະກາດຂໍ້ລິເລີ່ມ ສ້າງຕາໜ່າງປ່ຽນແປງໃໝ່ປະດິດຄິດສ້າງຫວຽດນາມ. ເຂົ້າຮ່ວມພິທີມີທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ,  ທ່ານຫົວໜ້າຄະນະຈັດຕັ້ງສູນກາງພັກ ຟ້າມມິງຈິ໋ງ, ຫົວໜ້າຄະນະເສດຖະກິດສູນກາງພັກ ຫງວຽນວັນບິ່ງ. 

ພິທີປະກາດຂໍ້ລິເລີ່ມສ້າງຕາໜ່າງປ່ຽນແປງໃໝ່ປະດິດຄິດສ້າງຫວຽດນາມ - ảnh 1 ພິທີປະກາດຂໍ້ລິເລີ່ມສ້າງຕາໜ່າງປ່ຽນແປງໃໝ່ປະດິດຄິດສ້າງຫວຽດນາມ

ກ່າວຄຳເຫັນໃນພິທີ, ທ່ານ ຟ້າມມິງຈິ໋ງ ສະເໜີໃຫ້ບັນດາກະຊວງ, ຄະນະ, ຂະແໜງການ, ທ້ອງຖິ່ນຕ້ອງຂະຫຍັນຂັນເຂື່ອນ, ປະດິດຄິດສ້າງແນໃສ່ຫັນເປັນລະອຽດ ແຜນນະໂຍບາຍແນວທາງຂອງພັກ, ນະໂຍບາຍກົດໝາຍຂອງລັດ ກ່ຽວກັບການດຶງດູດຄົນເກັ່ງກ້າ, ຄົນຫວຽດນາມຢູ່ຕ່າງປະເທດຫັນມາສ້າງສາບ້ານເກີດເມືອງນອນ. ຕາມນັ້ນແລ້ວ, ບັນດານະໂຍບາຍຄວນອີງໃສ່ພື້ນຖານວັດທະນະທຳເປັນພື້ນຖານ, ຊົນຊາດເປັນກຳລັງໜູນ, ປະຊາຊົນເປັນເປົ້າໝາຍ. ທ່ານ ຟ້າມມິງຈິ໋ງ ເນັ້ນໜັກວ່າ:

ພວກຂ້າພະເຈົ້າຊົມເຊີຍ ແລະ ຕີລາຄາສູງພູມປັນຍາຄວາມຮັກແພງ ແລະ ຄວາມສຸດຈິດສຸດໃຈປະກອບສ່ວນເຂົ້າໃນການພັດທະນາລວມຂອງປະເທດຊາດ ຂອງບັນດາຊ່ຽວຊານ, ນັກວິທະຍາສາດ, ປັນຍາຊົນຢູ່ຫວຽດນາມ ຢູ່ຕ່າງປະເທດ. ຫວັງວ່າ, ຕາໜ່າງປ່ຽນແປງໃໝ່ປະດິດຄິດສ້າງຫວຽດນາມຈະກາຍເປັນເວທີດຶງດູດ, ເຊື່ອມຕໍ່ບັນດານັກປັນຍາຊົນວິທະຍາສາດ, ຊ່ຽວຊານເຕັກໂນໂລຢີທັງພາຍໃນ ແລະ ຕ່າງປະເທດ ຊຸກຍູ້ການຮ່ວມມືໃນປະຊາຄົມວິທະຍາສາດເພື່ອຍົກສູງຄຸນນະພາບການຄົ້ນຄວ້າບຳລຸງສ້າງພາຍໃນປະເທດກໍ່ຄືທາງດ້ານວິທະຍາສາດ.”

ລາຍການຂໍ້ລິເລີ່ມສ້າງຕາໜ່າງປ່ຽນແປງໃໝ່ປະດິດຄິດສ້າງ ມີບັນດານັກຊ່ຽວຊານເຕັກໂລຢີດີເດັ່ນ, ປັນຍາຊົນຫວຽດນາມທີ່ກຳລັງຮ່ຳຮຽນ ແລະ ເຮັດວຽກຢູ່ຕ່າງປະເທດຈຳນວນ 100 ຄົນເຂົ້າຮ່ວມ.

ຕອບກັບ

ຂ່າວ/ບົດ​ອື່ນ