ພິທີປະກາດເຂດອະນຸສະ ຖານປະທານ Ton Duc Thang ແມ່ນປູຊະນີ ຍະສະຖານລະດັບຊາດ ພິເສດ

ພິທີປະກາດເຂດອະນຸສະ ຖານປະທານ Ton Duc Thang ແມ່ນປູຊະນີ ຍະສະຖານລະດັບຊາດ ພິເສດ - ảnh 1
( ທ່ານ​ປະທານ​ປະ​ເທດ Truong Tan Sang ພ້ອມກັບຄະນະ )

(vovworld) -  ຕອນ​ເຊົ້າ​ວັນ​ທີ 17/7, ຢູ່​ຕາ​ແສງ ມີ​ຮ່ວາ​ຮຶງ, ນະຄອນ ລອງ​ຊວຽນ, ​ແຂວງ ອານ​ຢາງ ​ໄດ້​ຈັດ​ຕັ້ງ​ພິທີ​ປະກາດ​ຂໍ້​ຕົກລົງ​ຂອງ​ນາຍົກລັດຖະມົນຕີ ກ່ຽວ​ກັບ​ເລື່ອງ​ຈັດ​ອັນ​ດັບ​ເຂດ​ອະນຸ​ສະຖານ​ປະທານ ປະ​ເທດ Ton Duc Thang ​ແມ່ນ​ປູຊະນີຍະສະຖານ​ລະດັບ​ຊາ​ດພິ​ເສດ. ກ່າວ​ຄວາມ​ເຫັນ​ນະ​ພິທີ, ທ່ານ​ປະທານ​ປະ​ເທດ Truong Tan Sang  ​ໄດ້​ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ​ຂອງ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ ​ແຂວງ ອານ​ຢາງ ທີ່​​ໄດ້​ອຸທິດ​ສ່ວນ​ຢ່າງ​ໃຫຍ່​ຫຼວງ​ໃນ​ການ​ກໍ່ສ້າງ, ບຸລະນະ​ ​ແລະ ຮັກສາ​ເຂດ​ອະນຸ​ສະຖານ​ໃຫ້​ນັບ​ມື້​ນັບ​ສວຍ​ງາມ. ທ່ານ​ປະທານ​ປະ​ເທດ Truong Tan Sang ຢືນຢັນ​ວ່າ:

”​ໃນ​ຖານະ​ແມ່ນ​ຜູ້ນຳ​ປະ​ເທດ, ທ່ານ​ປະທານປະ​ເທດ Ton Duc Thang ​ໄດ້​ພ້ອມ​ກັບ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ນຳ​ການ​ຕໍ່ສູ້ກູ້​ຊາດ​ໄປ​ເຖິງ​ໄຊຊະນະ​ຢ່າງ​ສົມ​ບຸນ, ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​. ຊີວິດ ​ແລະ ພາລະກິດ​ຂອງ​ເພິ່ນ​ແມ່ນ​ແບບຢ່າງ​ທີ່​ດີ​ເດັ່ນ​ຂອງ​ນັກ​ຮົບກອມ​ມູນິດ, ​ແມ່ນ​ແບບຢ່າງ​ໃຫ້​ນະ​ໂຍບາຍ​ແຫ່ງ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ”.

ຂ່າວ/ບົດ​ອື່ນ