ພິທີພາວະນາ ຂະໜາດໃຫ່ຍຂໍໃຫ້ ປະເທດຊາດແລະ ປະຊາຊົນມີຄວາມ ສະຫງົບສຸກ

ພິທີພາວະນາ ຂະໜາດໃຫ່ຍຂໍໃຫ້ ປະເທດຊາດແລະ ປະຊາຊົນມີຄວາມ ສະຫງົບສຸກ - ảnh 1

ຄະນະ​ບໍລິຫານ​ງານ​ສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ​

ແຂວງ​ເທື່ອ​ທຽນ​ເຫ້ວ ຈູດ​ທູບ​ພາວະນາ

(ພາບ:dantri.com.vn)

(vovworld) -  ຕອນ​ເຊົ້າວັນ​ທີ 17/2, ກົງ​ກັບ​​​ວັນ​ທີ 8 ​ເດືອນ​ຈຽງ, ​ປີ​ມະ​ເສ​ງ 2013, ຢູ່​ນະຄອນ​​ເຫ້ວ, ຄະນະ​ບໍລິຫານ​ງານ​ສະມາຄົມ​ພຸດທະ​ສາສະໜາ​ຫວຽດນາມ​ແຂວງ​ເທື່ອ​ທຽນ​ເຫ້ວ ສົມທົບ​ກັບ​ບໍລິສັດ​ຫຸ້ນ​ສ່ວນ​ວັດທະນະທຳ​ທ່ອງ​ທ່ຽວ​​ເດີ​ດຫວຽດ ​ໄດ້​ຈັດ​ພິທີພາວະນາ​ຂະໜາດ​ໃຫ່ຍຂໍໃຫ້​ປະ​ເທດ​ຊາດ ​ແລະ ປະ​ຊາ​ຊົນມີ​ຄວາມ​ສະຫງົບ​ສຸກ. ​ໂດຍ​ນອນ​ໃນ​ລາຍການ​ງານ​ບຸນ​ວິຫານ​ຮ່ວຽນ​ເຈີ​ນ, ພິທີ​ດັ່ງກ່າວ​​ໄດ້ພາວະນາຂໍ​ໃຫ້​ດິນ​ຟ້າ​ອາກາດເອື້ອ​ອຳນວຍ​ຄວາມ​ສະດວກ, ລະດູ​ເກັບ​ກ່ຽວ​ໄດ້​ຮັບ​ຜົນ​ດີ, ປະຊາຊົນ​ມີ​ຄວາມ​ຢູ່​ເປັນ​ເປັນ​ສຸກ, ປະ​ເທດ​ຊາດ​ມີ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ. ທ່ານ​ຫງວຽນ​ຫີ໋ວດົງ ຜູ້ອຳນວຍ​ການບໍລິສັດ​ຫຸ້ນ​ສ່ວນ​ວັດທະນະທຳ​ທ່ອງ​ທ່ຽວ​​ເດີ​ດຫວຽດ ​ໃຫ້​ຮູ້​ວ່າ:

  “ພິທີ​ພາວະນາ​ຂະໜາດ​​ໃຫ່ຍຂໍໃຫ້​ປະ​ເທດ​ຊາດ ​ແລະ ປະ​ຊາ​ຊົນມີ​ຄວາມ​ສະຫງົບ​ສຸກ​ແມ່ນ​ພິທີ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ແຂວງ ​ແລະ ບັນດາ​ອົງການ ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ. ທີ່​ພິທີ, ພຸດທະສາສະ​ນິກກະ​ຊົນ ​ແລະ ປະຊາຊົນ​ພາຍ​ໃນ​ແຂວງ, ​ແຂກ​ທ່ອງ​ທ່ຽວມາ​ຈາກ​ທຸກ​ສາລະ​ທິດ​ລ້ວນ​ແຕ່​ພາວະນາ​ຂໍໃຫ້​ປະ​ເທດ​ຊາດ​ມີ​ຄວາມ​ສະຫງົບ​ສຸກ, ວັດ​ຖະນາ​ຖາວອນ, ປະຊາຊົນ​ມີ​ຄວາມ​ຜາ​ສຸກ“

 

ຂ່າວ/ບົດ​ອື່ນ