ພິທີພາວະນາໃຫ້ ຜູ້ປະສົບເຄາະຮ້າຍ ຈາກອຸບັດຕິເຫດ ທາງຄົມມະນາຄົມ


ພິທີພາວະນາໃຫ້ ຜູ້ປະສົບເຄາະຮ້າຍ ຈາກອຸບັດຕິເຫດ ທາງຄົມມະນາຄົມ - ảnh 1

(ພາບ: Hữu Khoa)

(vovworld) – ຕອນ​ເຊົ້າວັນ​ທີ 9/11,​​​ ຢູ່​ວັດ​ວິ້ງ​ງຽມ, ​ເມືອງ 3, ນະຄອນ​ໂຮ່ຈິ​ມິນ, ຄະນະ​ກຳມະການ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ສົມທົບ​ກັບ​ສະມາຄົມ​ພຸ​ດທະ​ສາສະໜາ ຫວຽດນາມ ​​ຈັດພິທີ​ພາວະນາຂໍໃຫ້ວິນ​ຍານ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ອຸບັດ​ຕິ​ເຫດ​ທາງ​ຄົມມະ ນາຄົມ​ປີ 2014 ໄປ​ສູ່​ສຸຂະ​ຕິ. ​ເຂົ້າຮ່ວມ ພິທີ​ມີ​ທ່ານ​ລັດຖະມົນຕີ​ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ຫວຽດນາມ ດິງລາ​ທັງ, ​ການ​ນຳ ຄະນະ​ກຳມະການ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ​ແລະ ສະພາ​ບໍລິຫານສະມາຄົມ​ພຸ​ດທະ​ສາສະໜາ ຫວຽດນາມ, ພ້ອມ​ດ້ວຍ​ພະສົງ​ສະມາ​ເນັນ, ພຸດ​ທາສາ​ຊະນິກກະ​ຊົນ ​ແລະ ຄອຍ​ຄົວ​ຜູ້​ປະສົບ​ເຄາະ​ຮ້າຍ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ນັກບວດ​ກ່ວາ 500 ອົງ ​ແລະ ພະສົງ​ສະມາ​ເນັນ, ພຸດ​ທາສາ​ຊະນິກກະ​ຊົນ ​ແລະ ປະຊາຊົນ​ມາ​ຈາກ​ທຸກ​ສາລະ​ທິດກ່ວາ 5000 ຄົນໄດ້​ພາວະນາ​ຂໍ​ໃຫ້ດວງ​ວິນ​ຍານ​ຂອງຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ອຸບັດ​ຕິ​ເຫດ​ທາງ​ຄົມມະນາຄົມ​ໄປ​ສູ່​ສຸຂະ​ຕິ. ​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ກຳມະການ​ຄວາມ​ປອດ​ໄພ​ແຫ່ງ​ຊາດຮຽກຮ້ອງ​ໃຫ້​ປະຊາຊົນ​​ທຸກ​ຄົນ​ຈົ່ງ​ຍົກ​ສູງ​ສະຕິ​ປະຕິບັດ​ຂໍ້​ກຳນົດ​ຂອງ​ກົດໝາຍ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ, ຮ່ວມ​ແຮງ​ຮ່ວມ​ໃຈ​ແບ່ງປັນ​ຄວາມ​ເສຍ​ຫາຍ​ກັບ​ບັນດາ​ຜູ້​ປະສົບ​ເຄາ​ະ ຮ້າຍຈາກ​ອຸບັດ​ຕິ​ເຫດ​ທາງ​ຄົມມະນາຄົມ ​ແລະ ຄອບ​ຄົວຂອງ​ເຂົາ​ເຈົ້າ./.

ຂ່າວ/ບົດ​ອື່ນ