ພິ​ທີ​ມອບ​ລາງວັນ Grammy 2023: ຂີດ​ໝາຍ​ແຫ່ງ​ປະ​ຫວັດ​ສາດ​ຂອງ Beyoncé ແລະ Kim Petras

(VOVWORLD) - ຕອນເຊົ້າວັນທີ 2 ກຸມພາ, ພິທີມອບລາງວັນ Grammy ຄັ້ງທີ 65 ໄດ້ຈັດຂຶ້ນຢູ່ນະຄອນ Los Angeles ປະເທດ ອາເມລິກາ. ກໍ່ຖືກກັບການຄາດຄະເນ, ນັກຮ້ອງຍິງ Beyoncé ຊາວ ອາເມລິກາ ໄດ້ສ້າງຂີດໝາຍແຫ່ງປະຫວັດສາດ ຂະນະທີ່ໄດ້ກາຍເປັນນັກສິລະປິນຄ້ວາໄດ້ຫຼາຍລາງວັນ Grammy ທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ.
ພິ​ທີ​ມອບ​ລາງວັນ Grammy 2023: ຂີດ​ໝາຍ​ແຫ່ງ​ປະ​ຫວັດ​ສາດ​ຂອງ Beyoncé ແລະ Kim Petras - ảnh 1

 ນັກຮ້ອງຍິງ Beyoncé (ພາບ: AFP/TTXVN)

   ນັກຮ້ອງຍິງ Beyoncé ຊາວ ອາເມລິກາ ໄດ້ຮັບໄຊຊະນະຢູ່ໃນລາຍການ “ດົນຕີເອເລກໂຕນິກມ່ວນທີ່ສຸດ”. ດ້ວຍໄຊຊະນະເທື່ອທີ 4 (ໄລ່ມາຮອດຈຸດເວລານີ້), ທີ່ພິທີມອບລາງວັນ Grammy 2023, ປະຈຸບັນ, Beyoncé ຄ້ວາໄດ້ທັງໝົດ 32 ລາງວັນ Grammy.

ກໍ່ໃນພິທີມອບລາງວັນ Grammy ຄັ້ງທີ 65, ນັກຮ້ອງ Sam Smith- ຊາວ ອັງກິດ ແລະ Kim Petras -ຊາວ ເຢຍລະມັນ ໄດ້ຮັບລາງວັນແກຄຳ ໃນລາຍການ “ນັກຮ້ອງຄູ່/ກຸ່ມດົນຕີ Pop ດີເດັ່ນທີ່ສຸດ”. ໃນຂະນະທີ່ລາງວັນ “ Album Rap ດີເດັ່ນທີ່ສຸດ” ໄດ້ມອບໃຫ້ນັກຮ້ອງ Kendrick Lamar ຊາວອາເມລິກາ. ກ່ອນນັ້ນ, rapper ຄົນນີ້ກໍ່ໄດ້ຮັບໄຊຊະນະຢູ່ໃນລາຍການ “ສະແດງດົນຕີ Rap ດີເດັ່ນທີ່ສຸດ” ແລະ “ບົດເພງດົນຕີ Rap ດີເດັ່ນທີ່ສຸດ” ດ້ວຍບົດເພງ “The Heart Part 5”.  

ຕອບກັບ

ຂ່າວ/ບົດ​ອື່ນ