ພິ​ທີ​ມອບ​ລາງວັນ Oscar ປີ 2023

(VOVWORLD) -  ຕອນເຊົ້າວັນທີ 13 ມີນາ ຕາມເວລາ ຫວຽດນາມ, ພິທີມອບລາງວັນ Oscar ຄັ້ງທີ 95 ຖືກຈັດຂຶ້ນຢູ່ໂຮງລະຄອນ Dolby ຢູ່ນະຄອນ Los Angeles, ລັດ California (ອາເມລິກາ).

ໂດຍບໍ່ນອກເໜືອການຄາດເດົາ, ນັກສະແດງ ເຊື້ອຊາດ ອາຊີ ກວານເກ໊ຮຸຍ ຍາດໄດ້ລາງວັນ ຄຳ Oscar. ດ້ວຍເຕັກນິກການສະແດງທີ່ດີເລີດໃນຮູບເງົາມີຊື່ວ່າ “Everything Everywhere All at Once” ນັກສະແດງ ກວານເກ໊ຮຸຍ ເກືອປີ 1971 ຢູ່ ຫວຽດນາມ, ໂດຍມີພໍ່ເປັນຄົນ ຫວຽດ ເຊື້ອຊາດ ຈີນ ຄວ້າໄດ້ລາງວັນ “ນັກສະແດງຊາຍ ສຳຮອງດີເດັ່ນທີ່ສຸດ”. ລາວ ພ້ອມດ້ວຍຄອບຄົວໄດ້ຍ້າຍໄປດຳລົງຊີວິດຢູ່ ອາເມລິກາ ແຕ່ຄາວຍັງນ້ອຍ ແລະ ໄດ້ຜູກພັນກັບຂະແໜງຮູບເງົາ.

        ໃນຂະນະນັ້ນ, ໜັງ “Pinocchio” ຂອງນັກກຳກັບ Guillermo Del Toro (ເມັກຊີໂກ) ຄວ້າໄດ້ລາງວັນ “ຮູບເງົາກະຕູນດີເດັ່ນທີ່ສຸດ”.

ຕອບກັບ

ຂ່າວ/ບົດ​ອື່ນ