ພິທີມອບລາງວັນ VinFuture ຄັ້ງທີ 5
(VOVWORLD) - ຕອນຄ່ຳວັນທີ 05 ທັນວາ, ຢູ່ ຮ່າໂນ້ຍ ໄດ້ຈັດພິທີມອບລາງວັນ VinFuture ຄັ້ງທີ 5, ເຊິ່ງແມ່ນໜຶ່ງໃນບັນດາລາງວັນວິທະຍາສາດເຕັກໂນໂລຊີໃຫຍ່ທົ່ວໂລກກ່ຽວກັບຂອບຂະໜາດລາງວັນ ໂດຍ ຫວຽດນາມ ປຸກລະດົມ.
(ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ກ່າວຄຳເຫັນທີ່ພິທີ) |
ທີ່ພິທີ, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ມອບລາງວັນຫຼັກຂອງ VinFuture 2025 ມີມູນຄ່າ 3 ລ້ານ USD ໃຫ້ແກ່ ທ່ານປະລິນຍາເອກ Douglas R. Lowy, ທ່ານປະລິນຍາເອກ John T.Schiller, ທ່ານປະລິນຍາເອກ Aimée R. Kreimer ແລະ ທ່ານສາດສະດາຈານ Maura L. Gillison (ອາເມລິກາ). ລາງວັນພິເສດສຳລັບນັກວິທະຍາສາດມາຈາກບັນດາປະເທດພວມພັດທະນາ ໄດ້ມອບໃຫ້ ທ່ານສາດສະດາຈານ María Esperanza Martínez-Romero ມາຈາກ ເມັກຊີໂກ. ລາງວັນພິເສດສຳລັບນັກວິທະຍາສາດຍິງ ໄດ້ມອບໃຫ້ ທ່ານນາງ Mary- Claire King ມາຈາກ ອາເມລິກາ. ນອກນັ້ນ, ລາງວັນພິເສດສຳລັບນັກວິທະຍາສາດຄົ້ນຄວ້າໃນຂົງເຂດໃໝ່ ໄດ້ມອບໃຫ້ນັກວິທະຍາສາດ 5 ທ່ານ.
ກ່າວຄຳເຫັນຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ເນັ້ນໜັກວ່າ:
“ຫວຽດນາມ ປາດຖະໜາຢາກພ້ອມກັບປະຊາຄົມນັກວິທະຍາສາດໂລກ ຍູ້ແຮງການຮ່ວມມືໃນຂົງເຂດຄົ້ນຄວ້າບັນດາບັນຫາລວມຂອງມວນມະນຸດ, ຊຸກຍູ້ການແລກປ່ຽນຮຽນຮູ້, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ຮ່ວມມືຖ່າຍທອດເຕັກໂນໂລຊີ ແລະ ຜັນຂະຫຍາຍບັນດາຮູບແບບພັດທະນາສີຂຽວ, ການພັດທະນາກວມລວມ. ຫວຽດນາມ ຈະສືບຕໍ່ແມ່ນສະຖານທີ່ມີຄວາມໄວ້ເນື້ອເຊື່ອໃຈ, ດຶງດູດໃຈຂອງບັນດານັກວິທະຍາສາດ ເພື່ອໃຫ້ບັນດາຄຸນຄ່າປະດິດຄິດສ້າງໄດ້ແບ່ງປັນ ແລະ ແຜ່ຂະຫຍາຍຢ່າງແຮງເຖິງປະຊາຄົມສາກົນ”.