ພິທີມອບລາງວັນ “ປາກກາເຍົາວະຊົນອະນຸຊົນ” ຄັ້ງທີ 7

(VOVWORLD) -ຕອນຄ່ຳວັນທີ 10 ສິງຫາ, ຢູ່ແຂວງ ບັ໋ກນິງ, ສະພາເຍົາວະຊົນແຂວງບັກນິງ, ສະພາ ເຍົາວະຊົນສູນກາງ, ສະພານັກປະພັນວັນນະຄະດີຫວຽດນາມ, ໜັງສືພິມເຍົາວະຊົນຕະລຸມບອນ ໄດ້ສົມທົບກັນຈັດພິທີມອບລາງວັນ “ປາກກາເຍົາວະຊົນ” ຄັ້ງທີ 7 ປີ 2017.

ພິທີມອບລາງວັນ “ປາກກາເຍົາວະຊົນອະນຸຊົນ” ຄັ້ງທີ 7 - ảnh 1 ພິທີມອບລາງວັນ “ປາກກາເຍົາວະຊົນອະນຸຊົນ” ຄັ້ງທີ 7

(ພາບ: baobacninh.com.vn)

ທີ່ພິທີ, ຄະນະຈັດຕັ້ງໄດ້ມອບລາງວັນລວມທັງການປະດິດແຕ່ງວັນນະຄະດີ ແລະ ກະວີຄື: ລາງວັນ A 2 ລາງວັນ; ລາງວັນ B 15 ລາງວັນ; ລາງວັນ C 11 ລາງວັນ; ລາງວັນຊົມເຊີຍ 12 ລາງວັນ.

        “ປາກກາເຍົາວະຊົນ” ແມ່ນການເສັງເພື່ອແນໃສ່ເພີ່ມທະວີການປະດິດແຕ່ງວັນນະຄະດີ, ສຶກສາ, ບຳລຸງສ້າງທາງດ້ານຈິດໃຈ ແລະ ພັດທະນາວັດທະນະທຳການອ່ານໃຫ້ເຍົາວະຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ