ພິທີມອບລາງວັນ “ສື່ມວນຊົນກັບວຽກງານຕໍ່ສູ້ຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ, ຟຸມເຟືອຍ” ຄັ້ງທີ 1

(VOVWORLD) -ພິທີມອບລາງວັນ“ສື່ມວນຊົນກັບວຽກງານຕໍ່ສູ້ຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ, ຟຸມເຟືອຍ” ຄັ້ງທີ 1 ໄດ້ດຳເນີນໃນຕອນຄ່ຳວັນທີ 2 ມັງກອນ, ທີ່ໂຮງລະຄອນ ເອົາເກີ, ນະຄອນຫຼວງ ຮ່າໂນ້ຍ, ໂດຍຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສົມທົບກັບສະມາຄົມນັກຂ່າວ ຫວຽດນາມ ໄດ້ຈັດຕັ້ງ.
ພິທີມອບລາງວັນ “ສື່ມວນຊົນກັບວຽກງານຕໍ່ສູ້ຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ, ຟຸມເຟືອຍ” ຄັ້ງທີ 1 - ảnh 1(ທ່ານ ເຈີ່ນດ້າຍກວາງ ປະທານປະເທດ ກ່າວຄຳເຫັນທີ່ພິທີມອບລາງວັນ)

ລາງວັນສື່ມວນຊົນທົ່ວປະເທດ “ສື່ມວນຊົນກັບວຽກງານຕໍ່ສູ້ຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ, ຟຸມເຟືອຍ” ໄດ້ປຸກລະດົມແຕ່ວັນທີ 4 ມັງກອນ 2017. ພາຍຫຼັງປຸກລະດົມໃນທົ່ວປະເທດເປັນເວລາເກືອບ 1 ປີ, ຄະນະຈັດຕັ້ງໄດ້ຮັບ ບົດປະພັນເຂົ້າຮ່ວມການເສັງ ກວ່າ 1130 ບົດ. ຕາມການຕີລາຄາຂອງ ຄະນະກຳມະການ, ບັນດາບົດປະພັນເຂົ້າຮ່ວມການເສັງ ແລະ ພິເສດແມ່ນບັນດາບົດປະພັນໄດ້ຮັບຄັດເລືອກເຂົ້າໃນຮອບຊິງຊະນະເລີດ, ບົດປະພັນໄດ້ຮັບລາງວັນໃນມືນີ້ມີຄຸນນະພາບດ້ານວິຊາການໄດ້ດີ, ສະແດງໃຫ້ເຫັນຈິດໃຈຮັບຜິດຊອບສູງຂອງບັນດານັກຂ່າວ, ຈິດໃຈອຸທິດສ່ວນ, ຍອມຮັບຄວາມທຸກຍາກ, ລຳບາກ, ອັນຕະະລາຍ ແລະ ສະແດງໃຫ້ເຫັນຢ່າງແຫຼມຄົມ, ມີລັກສະນະສູ້ຮົບ ແລະ ລັກສະນະວັດທະນະທຳມະນຸດຢ່າງເລິກເຊິ່ງ. ບັນດາບົດປະພັນໄດ້ຮັບລາງວັນລ້ວນແຕ່ຖືກຕ້ອງຕາມທິດທາງ, ມີປະໂຫຍດຢ່າງຕັ້ງໜ້າໃນການຍູ້ແຮງໜ້າທີ່ຕໍ່ສູ້ຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ, ຟຸມເຟືອຍ.

        ຄະນະກຳມະການກວດສອບໃນເບື້ອງຕົ້ນ ແລະ ກວດສອບຮອບຊິງຊະນະເລີດໄດ້ຄັດເລືອກເອົາບົດປະພັນ 31 ບົດສັງກັດບັນດາປະເພດຄື ໜັງສືພີມ, ເອເລັກໂຕນິກ, ໂທລະພາບ, ວິທະຍຸກະຈາຍສຽງເພື່ອມອບລາງວັນ.

        ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບ 2 ລາງວັນ B, 1 ລາງວັນ C ແລະ ລາງວັນຊົມເຊີຍ 3 ລາງວັນ.

        ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານ ເຈີ່ນດ້າຍກວາງ ປະທານປະເທດ ເນັ້ນໜັກວ່າ ການຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ, ຟຸມເຟືອຍແມ່ນໜ້າທີ່ທັງຮີບດ່ວນທັງຍາວນານ. ທ່ານ ປະທານປະເທດ ໄດ້ສະເໜີຄະນະພັກທຸກຂັ້ນ, ພະນັກງານ, ສະມາຊິກພັກ, ກ່ອນອື່ນໝົດແມ່ນພະນັກງານການນຳຂັ້ນສູງຕ້ອງນຳໜ້າ, ເປັນແບບຢ່າງຢ່າງແທ້ຈິງ; ນຳໃຊ້ກຳລັງແຮງສັງລວມຂອງອົງການຈັດຕັ້ງພັກ, ກົງຈັກການຈັດຕັ້ງລັດ, ແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງມະຫາຊົນ, ປະຊາຊົນ ແລະ ບັນດາພາຫະນະສື່ມວນຊົນໃນການຕໍ່ສູ້ຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ, ຟຸມເຟືອຍ. ທ່ານ ປະທານປະເທດ ເຈີ່ນດ້າຍກວາງ ຮຽກຮ້ອງວ່າ:

        “ເສີມຂະຫຍາຍບົດບາດ ແລະ ຄວາມຮັບຜິດສອບຂອງສື່ມວນຊົນກວ່າອີກ, ພິເສດແມ່ນຖືເປັນສຳຄັນລັກສະນະພາວະວິໄສ, ແທດຈິງ, ລັກສະນະອາຊີບ; ຍົກສູງຄວາມຮັບຜິດຊອບສັງຄົມ, ພັນທະພົນລະເມືອງ ແລະ ຈັນຍາບັນຂອງຖັນແຖວຜູ້ເຮັດວຽກງານສື່ມວນຊົນໃນການພົບເຫັນ, ຕໍ່ສູ້ ຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ, ຟຸມເຟືອຍ, ການເລື່ອມເສຍດ້ານການເມືອງ, ແນວຄິດ, ຄຸນສົມບັດ, ວິຖີຊີວິດ ແລະ ບັນດາປະກົດການຫຍໍ້ທໍ້ອື່ນໃນຊີວິດສັງຄົມ. ເປັນເຈົ້າການສົມທົບກັນຕໍ່ສູ້, ປະຕິເສດບັນດາທັດສະນະທີ່ຜິດພາດ, ເຮັດໃຫ້ກົນອຸບາຍ, ການເຄື່ອນໄຫວຂອງບັນດາອິດທິກຳລັງທີ່ເປັນປໍລະປັກ, ປະຕິການທີ່ສວຍໂອກາດຕ້ານການສໍ້ລາດບົງຫຼວງ, ຟຸມເຟືອຍເພື່ອມ້າງເພທຳລາຍພັກ, ລັດໃຫ້ປະລາໄຊ.”

ຕອບກັບ

ຂ່າວ/ບົດ​ອື່ນ