ພິທີມອບລາງວັນການເສັງຂຽນກ່ຽວກັບການປົກປ້ອງພື້ນຖານແນວຄິດຂອງພັກ

(VOVWORLD) - ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ເປັນປະທານ, ສົມທົບກັບຄະນະໂຄສະນາສຶກສາສູນກາງພັກ, ສະພາທິດສະດີສູນກາງພັກ, ວາລະສານກອມມູນິດ, ໜັງສືພິມ ເຍີນເຢີນ ແລະ ສະມາຄົມນັກຂ່າວ ຫວຽດນາມ ໄດ້ຈັດພິທີມອບລາງວັນການເສັງຂຽນກ່ຽວກັບການປົກປ້ອງພື້ນຖານແນວຄິດຂອງພັກ, ຕໍ່ສູ້ຄັດຄ້ານບັນດາທັດສະນະທີ່ຜິດພາດ, ເປັນປໍລະປັກຄັ້ງທີ 2, ປີ 2022.
ພິທີມອບລາງວັນການເສັງຂຽນກ່ຽວກັບການປົກປ້ອງພື້ນຖານແນວຄິດຂອງພັກ - ảnh 1ບັນດາຜູ້ໄດ້ຮັບລາງວັນ A ທີ່ການສອບເສັງ (ພາບ:Tuấn Huy/ qdnd.vn)

ຕອນຄ່ຳວັນທີ 23 ຕຸລາ, ຢູ່ຮ່າໂນ້ຍ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ເປັນປະທານ, ສົມທົບກັບຄະນະໂຄສະນາສຶກສາສູນກາງພັກ, ສະພາທິດສະດີສູນກາງພັກ, ວາລະສານກອມມູນິດ, ໜັງສືພິມ ເຍີນເຢີນ ແລະ ສະມາຄົມນັກຂ່າວ ຫວຽດນາມ ໄດ້ຈັດພິທີມອບລາງວັນການເສັງຂຽນກ່ຽວກັບການປົກປ້ອງພື້ນຖານແນວຄິດຂອງພັກ, ຕໍ່ສູ້ຄັດຄ້ານບັນດາທັດສະນະທີ່ຜິດພາດ, ເປັນປໍລະປັກຄັ້ງທີ 2, ປີ 2022. ພາຍຫຼັງ 8 ເດືອນແຫ່ງການປຸກລະດົມ, ການເສັງໄດ້ດຶງດູດກ່ວາ 116.000 ບົດຂຽນເຂົ້າຮ່ວມການເສັງ. ຄະນະຈັດຕັ້ງໄດ້ມອບລາງວັນ A 12 ລາງວັນ; ລາງວັນ B 20 ລາງວັນ; ລາງວັນ C 30 ລາງວັນ; ລາງວັນຊົມເຊີຍ 40 ລາງວັນ; ມີຜູ້ຂຽນ/ກຸ່ມຜູ້ຂຽນທີ່ເປັນສະມາຊິກຊາວໜຸ່ມ, ຊາວໜຸ່ມມີບົດຂຽນດ້ວຍຄຸນນະພາບດີ ໄດ້ຮັບລາງວັນແຫ່ງແງ່ຫວັງ 20 ລາງວັນ ແລະ 15 ລາງວັນໃຫ້ໝູ່ຄະນະດີເດັ່ນ. ທ່ານນາງ ຮ່ວາງທິງວຽດງາ, ໂຮງຮຽນການເມືອງ ແຂວງ ຝູເທາະ, ຜູ້ຍາດໄດ້ລາງວັນ A, ແບ່ງປັນວ່າ:

          “ພວກຂ້າພະເຈົ້າໄດ້ເກັບກຳຫຼາຍຂໍ້ມູນຂ່າວສານ, ຕີລາຄາຫາງສຽງທັງຢູ່ພາຍໃນ ແລະ ສາກົນ ທີ່ກ່ຽວຂ້ອງເຖິງບົດຂຽນຂອງທ່ານເລຂາທິການໃຫຍ່ ຈາກນັ້ນ ໄດ້ສະສົມເອກະສານ ແລະ ຂຽນໃສ່ໃນບົດເສັງຂອງຕົນ. ຜ່ານບົດຂຽນຂ້າພະເຈົ້າເຫັນວ່າ ຕົນເອງໄດ້ເກັບກຳໄດ້ຫຼາຍຄວາມຮູ້ພຶດຕິກຳຕົວຈິງທີ່ສຳຄັນສຳລັບອາຈານສອນທິດສະດີການເມືອງ. ທິດສະດີການເມືອງ ສົມທົບພຶດຕິກຳຕົວຈິງແມ່ນເຮົາຈະມີຄວາມຮູ້ຕົວຈິງຫຼາຍຂຶ້ນເພື່ອເປັນສິ່ງພິສູດໃຫ້ເນື້ອໃນບົດສອນຂອງຕົນໃຫ້ເປັນຢ່າງດີ”.

ຕອບກັບ

ຂ່າວ/ບົດ​ອື່ນ