ພິທີມອບລາງວັນການເສັງຂຽນບົດກ່ຽວກັບ ກະສິກຳ, ຊົນນະບົດ, ຊາວກະສິກອນ

ພິທີມອບລາງວັນການເສັງຂຽນບົດກ່ຽວກັບ ກະສິກຳ, ຊົນນະບົດ, ຊາວກະສິກອນ - ảnh 1
ທ່ານຮອງາຍົກລັດຖະມົນຕີ ຫວູວັນນິນ ເຂົ້າຮ່ວມພິທີມອບລາງວັນ
(ພາບ: anninhthudo.vn)

(vovworld) – 19​ ບົດ​ຂຽນດີ​ເດັ່ນ​ໃນ​ຍອດ​ຈຳ​ນວນ 300​ ບົດ​ຂຽນທີ່​ສົ່ງ​ເຂົ້າ​ຮ່ວມ​ການ​ເສັງ​ຂຽນ​ກ່ຽວ​ກັບ​ກະສິກຳ, ຊາວ​ກະສິກອນ ​ແລະ ຊົນນະບົດ ປີ 2012, ​ໄດ້​ຮັບ​​ລາງວັນ​ໃນ​ພິທີ​ ​ໂດຍ​ໜັງສືພິມ ​ເຍີນ​ເຢີ​ນ (​ແປວ່າ ປະຊາຊົນ) ​ຈັດ​ຕັ້ງ​ເມື່ອ​ຕອນ​ຄຳ່​ວັນ​ທີ 14/1 ຢູ່ ຮ່າ​ໂນ້ຍ. ບັນດາ​ບົດ​ຂຽນສົ່ງ​ເຂົ້າຮ່ວມ​ການ​ເສັງ​ຂຽນ​ກ່ຽວ​ກັບ​ກະສິກຳ, ຊາວ​ກະສິກອນ ​ແລະ ຊົນນະບົດ ລວມມີ​ຫຼາຍ​ປະ​ເພດ, ທີ່​ໄດ້​ສ່ອງ​ແສງ​ ​ບັນດາ​ປັດ​ໄຈ​ໃໝ່, ຮູບ​ແບບ​ທີ່​ດີ​ເດັ່ນ​ໃນ​ຂົງ​ເຂດ​​ຜະລິດ​ກະສິກຳ, ບັນດາ​ໝູ່​ຄະນະ, ສ່ວນ​ບຸກຄົນ​ມີ​ຫົວຄິດ​ປະດິດ​ສ້າງ ນຳ​ໃຊ້​ວິທະຍາສາດ​ເຕັກນິກ ຢ່າງ​ມີ​ປະສິດທິ​ຜົນ​ທາງດ້ານ​ເສດຖະກິດ​ເຂົ້າ​ໃນ​ການ​ຜະລິດ​ກະສິກຳຢ່າງ​ມີ​ຊີວິດ​ຊີວາ, ຫຼາຍ​ຮູບ​ຫຼາຍ​ແບບ. ມີ​ຫຼາຍ​ບົດ​ຂຽນ​ໄດ້​ໄຈ້​ແຍກ, ສະ​ເໜີ​ບັນ​ດາ​ມາດ​ຕະການ, ບົດຮຽນ​ຊ່ວຍ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ, ຂໍ້​ຕິດ​ຄັດ​ໃນ​ຂົງ​ເຂດກະສິກຳ, ຊົນນະບົດ, ປະກອບສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ການ​ພັດທະນາ​ກະສິກຳ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຢູ່​ເຂດ​ຊົນນະບົດ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ມອບ​ລາງວັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິນ ​ເນັ້ນ​ໜັກ​ວ່າ:

“​ເນື່ອງ​ໃນ​ໂອກາດ​ນີ້, ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ໜັງສືພິມ ​ເຍີນ​ເຢີ​ນ, ບັນດາ​ອົງການ​ສື່ສານ ສົມທົບ​ຢ່າງ​ແໜ້ນ​ແຟ້ນ ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​, ຍູ້​ແຮງ​ວຽກ​ງານ​ໂຄສະນາ​ເຜີຍ​ແຜ່, ປ່ຽນ​ໃໝ່​ວິທີ​ສະ​ແດງ, ຮູບການ​ໂຄສະນາ, ​ເປີດ​ກ້ວາງ​ເຄືອ​ຂ່າຍ​ຈຳໜ່າຍ ​ເພື່ອ​ໃຫ້​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ​ເວົ້າ​ລວມ, ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ ກ່ຽວ​ກັບ ກະສິກຳ, ຊາວ​ກະສິກອນ, ຊົນນະບົດ ​ເວົ້າ​ສະ​ເພາະ, ບັນດາ​ແບບຢ່າງ​ດີ​ເດັ່ນ ບັນດາ​ບົດຮຽນ​ທີ່​ລ້ຳ​ຄ່າ​ໃນ​ການ​ພັດທະນາ​ການ​ຜະລິດ​ກະສິກຳ, ກໍ່ສ້າງ​ຊົນນະບົດ​ໃໝ່ ມາສູ່​ປະຊາຊົນ​​ໃນ​ທົ່ວ​ປະ​ເທດ​ຢ່າງ​ທັນ​ການ, ພິ​ເສດ​​ແມ່ນ​ປະຊາຊົນ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ, ​ເຂດ​ຊາຍ​ແດນ ໝູ່​ເກາະ, ປະກອບສ່ວນ​ຢ່າງ​ແທດ​ຈິງ​ພ້ອມ​ກັບ​ທົ່ວ​ພັກ, ທົ່ວ​ປວງ​ຊົນ​ນຳ​ມະຕິ​ຄັ້ງ​ທີ 7 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ຊຸດ​ທີ 10 ກ່ຽວ​ກັບ​ກະສິກຳ, ຊາວ​ກະ​ສິກ​ອນ, ຊົນນະບົດ​ເຂົ້າ​ສູ່​ຊີວິດຕົວ​ຈິງ”

​ແລະ​ກໍ່​ທີ່ຢູ່​ພິທີ, ໜັງສືພິມ ​ເຍີນ​ເຢີ​ນ ສືບ​ຕໍ່​ປຸກລະດົມການ​ເສັງ​ຂຽນ​ກ່ຽວ​ກັບ “ກະສິກຳ - ຊາວ​ກະສິກອນ - ຊົນນະບົດ” ປີ 2013.

ຂ່າວ/ບົດ​ອື່ນ